ລົງທຶນ​ໂຄງການ​ພັດທະນາບັນດາ​ທ່າ​ກ່ຳປັ່ນ​ແລະ​ເຂດ​ອຸດສາຫະກຳ​ຢູ່​ແຂວງ​ກວາງ​ນິງ

ລົງທຶນ​ໂຄງການ​ພັດທະນາບັນດາ​ທ່າ​ກ່ຳປັ່ນ​ແລະ​ເຂດ​ອຸດສາຫະກຳ​ຢູ່​ແຂວງ​ກວາງ​ນິງ - ảnh 1
​ເຂດ​ອຸດສາຫະກ​ຳຢູ່​ເຂດ ໜອງສະ​​​​ໄໝ​ລາຊະວົງ​ໝາກ

(vovworld) – ​ ທ່ານນາຍົກລັດຖະມົນຕີຫາ​ກໍ່​ເຫັນ​ດ​ີຕໍ່​ແຜນ​ນະ​ໂຍບາຍ​ການ​ລົງທຶນກໍ່ສ້າງ​ໂຄງການ​ພັດທະນາ​ບັນດາ​ທ່າ​ກ່ຳ​ປັ່ນ ​ແລະ ​ເຂດ​ອຸດສາຫະກ​ຳຢູ່​ເຂດ ໜອງສະ​​​​ໄໝ​ລາຊະວົງ​ໝາກ ​ເທດສະບານ​ ກວາງ​ອຽນ ​ແຂວງ ກວາງ​ນິງ. ​ໂຄງການ​ມີຂອບ​ຂະໜາດ​ເນື້ອທີ່​ກ່ວາ 1.100 ​ເຮັກຕາ ດ້ວຍ​ໄລຍະ​ເວລາ​ປະຕິບັດ 50 ປີ. ຍອດ​ຈຳນວນ​ເງິນ​ລົງທຶນ​ເກືອບ 7000 ຕື້​ດົ່ງ. ​ທ່ານນາຍົກລັດຖະມົນຕີ​ໄດ້ມອບ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນິງ ຊີ້​ນຳ​ຄະນະ​ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິຈາລະນາ, ສະໜອງ​ໜັງສື​ອະນຸຍາດ​ຈົດ​ທະ​ບຽນ​ລົງທຶນ​ໃຫ້​ໂຄງການ, ຊັ່ງຊາ​ເລື່ອງ​ສະໜອງ​ໃບ​ອະນຸຍາດ​ການ​ລົງທຶນ​​​ໃຫ້ໂຄງການ​ຕາມ​ບັນດາ​ໄລຍະ ​ເພື່ອ​ຮັບປະກັນ​ເລື່ອງ​ປະຕິບັດ​ການ​ລົງທຶນ​ຖືກ​ຕາ​ມ ຄວາມ​ຄືບ​ໜ້າ. ທ່ານນາຍົກລັດຖະມົນຕີກໍ່ມອບ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນິງ ຮຽກຮ້ອງ​ບັນດາ​ເຈົ້າຂອງ​ລົງທຶນ​ສ້າງ​ບົດ​ລາຍ​ງານ​ຕີ​ລາຄາ​ການກະທົບ​​ເຖິງ​ສິ່ງ​ແວດ​ລ້ອມ ​ແລະ ຍື່ນ​ສ​ະເໜີຕໍ່ຂັ້ນ​ມີ​ສິດ​ອຳນາດ​ເຊັນອະ​ນຸມັດ, ຕິດຕາມ​ກວດກາ​ການ​ປະຕິບັດ​ບັນ​ດາ​ໂຄງການ​ທີ່​ມີ​ໄພສົ່ງ​ຜົນກະທົບ​​ເຖິງຕໍ່​ສິ່ງ​ແວດ​ລ້ອມ.


ຂ່າວ/ບົດ​ອື່ນ