ລົງ​ທຶນ​ໃຫ້​ແກ່​ຂະ​ແໜງອຸຕຸນິຍົມອຸ​ທົກກະ​ສາດເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ

(VOVWORLD) -ຕອນບ່າຍວັນທີ 3 ຕຸລາ ຢູ່ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຂະແໜງອຸຕຸນິຍົມອຸທົກກະສາດຫວຽດນາມ (ວັນທີ 3 ຕຸລາ 1945 – 3 ຕຸລາ 2020)
ລົງ​ທຶນ​ໃຫ້​ແກ່​ຂະ​ແໜງອຸຕຸນິຍົມອຸ​ທົກກະ​ສາດເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ - ảnh 1ພາບປະກອບ: TTXVN 

ເສີມຂະຫຍາຍມູນເຊື້ອຂອງຂະແໜງ,ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ຕີລາຄາສູງຖັນແຖວພະນັກງານ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານຂອງຂະແໜງອຸຕຸນິຍົມອຸທົກກະສາດ ສືບຕໍ່ປະຕິບັດສຳເລັດໜ້າທີ່ທີ່ໄດ້ມອບໝາຍໃຫ້.

ທ່ານນາຍົກລັດຖະມົນຕີກໍ່ຕີລາຄາວ່າ ຄຸນນະພາບຂອງການພະຍາກອນອາກາດ, ເຕືອນໄພທຳມະຊາດທີ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ຍັບມໍ່ເຂົ້າໃກ້ກັບລະດັບຂອງບັນດາປະເທດພັດທະນາ ແລະ ນຳໃຊ້ເຕັກໂນໂລຊີກ້າວໜ້າຂອງໂລກ. ໄປຄຽງຄູ່ກັນນັ້ນ, ຕ້ອງສົ່ງເສີມການຫັນການເຄື່ອນໄຫວອຸຕຸນິຍົມອຸທົກກະສາດເປັນວຽກງານຂອງສັງຄົນ, ຫັນເປັນການຄ້າ ແລະ ເພີ່ມທະວີການນຳໃຊ້ຂໍ້ມູນຂ່າວສານອຸຕຸນິຍົມ ອຸທົກກະສາດ ໃນການຜະລິດດຳເນີນທຸລະກິດ, ການບໍລິການເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ