ລົງນາມບົດບັນທຶກຊ່ວຍຈຳລະຫວ່າງອົງການແຮງງານສາກົນແລະສະຫະພັນສະຫະກອນຫວຽດນາມ

ລົງນາມບົດບັນທຶກຊ່ວຍຈຳລະຫວ່າງອົງການແຮງງານສາກົນແລະສະຫະພັນສະຫະກອນຫວຽດນາມ - ảnh 1
ພິທີລົງນາມໃນວັນທີ 27/5

(vovworld) – ກໍ່ສ້າງກອບ​ລະບອບ​ມີ​ຄວາມ​ເຂັ້ມ​ແຂງ​ທີ່​ຈຳ​ເປັນ​ໃຫ້​ແກ່​ການ​ພັດທະນາ​ສະຫະກອນ ຫວຽດນາມ ​ໃຫ້​ຍືນ​ຍົງ, ຍົກ​ສູງ​ກຳລັງ​​ໃຫ້​ບັນດາ​ສະຫະກອນ​​ໃນ​ທົ່ວ​ປະ​ເທດ ​ແມ່ນ​ເນື້ອ​ໃນ​ຕົ້ນຕໍ​ໃນ​ພິທີ​ລົງ​ນາມ​​ໃນບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ສະຫະພັນ​ສະຫະກອນ ຫວຽດນາມ ​ແລະ ອົ​ງການ​ແຮງງານ​ສາກົນ ​ແລະ ສະຫະພັນ​ສະ​ຫະກອນ Raiffeisen, ສະຫະພັນ ​ເຢຍລະ​ມັນ ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27/5, ຢູ່​ຮ່າ​ໂນ້ຍ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Chang Hee Lee, ຜູ້ອ​ຳນວຍ​ການ​ອົງການ​ແຮງ​ງານ​ສາກົນ​ປະຈຳ ຫວຽດນາມ ຢັ້ງຢືນ​ວ່າ: ດ້ວຍ​ສະມາຊິກປະມານ 13 ລ້ານ​ຄົນ​ໃນ​ສະຫະພັນ​ສະຫະກອນ ຫວຽດນາມ, ​​ເລື່ອງ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ຮ່ວມ​ມືຫຼາຍ​ຝ່າຍ​ແມ່ນ​ບາດກ້າວ​ເລີ່​ມຕົ້ນ​ໃນ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພື​່ອຈຸດໝາຍ​ລວມ​ແມ່ນ​ຊຸກຍູ້​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ ​ແລະ ລົບ​ລ້າງ​ຄວາມ​ອຶດ​ຫິວ, ພິ​ເສດ​ແມ່ນ​ເຂດ​ຫ່າງ​ໄກ່​ຊອກ​ຫຼີກຂອງ​ຫວຽດນາມ:

        “​ໃນ​ຊຸມ​ປີຜ່ານມາ, ພວກ​ເຮົາ​ໄດ້​​ເຫັນ​ປະຈັກ​ຕາ​ການ​ພັດທະນາ​ຢ່າງ​ແຮງ​ຂອງ ຫວຽດນາມ ​ໃນ​ທຸກ​ດ້ານ, ພິ​ເສດ​ແມ່ນ​ເສດຖະກິດ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ​ຫຼາຍ​ຄົນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍັງ​ມີ​ບັນດາ​ເຂດ​ຫ່າງ​ໄກ​ສອກ​ຫຼີກ, ​ເຂດ​ຊົນນະບົດ, ອັດ​ຕາ​ຄວາມທຸກ​ຍາກ​ຍັງ​ສູງຢູ່. ດັ່ງ​ນັ້ນ, ​ເລື່ອງ​ຮ່ວມ​ມື​ລະຫວ່າງ​ສະຫະພັນ​ສະຫະກອນ ຫວຽດນາມ ​ແລະ ອົງກາ​ນ​ແຮງ​ງານ​ສາກົນ​​ແມ່ນມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ຊຸກຍູ້​ສ້າງ​ວຽກ​ເຮັດ​ງານ​ທຳ​​ ​ແລະ ລົບ​ລ​​້າງຄວາມ​ອຶດຫິວ​ທຸກ​ຍາກ.”

 


ຂ່າວ/ບົດ​ອື່ນ