ລັດຍາມໃດກໍ່ເອົາໃຈໃສ່ເປັນພິເສດ, ອະນຸລັກຮັກສາ, ພັດທະນາວັດທະນະທຳຂອງຊາດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຍາມໃດ ລັດກໍ່ເອົາໃຈໃສ່ເປັນພິເສດ, ປະກາດໃຊ້ ແລະ ຜັນຂະຫຍາຍຫຼາຍແຜນນະໂຍບາຍ, ນະໂຍບາຍຢ່າງມີປະສິດທິຜົນ, ສະຫງວນຫຼາຍແຫຼ່ງກຳລັງເພື່ອສ້າງສາ ແລະ ພັດທະນາວັດທະນະທຳ, ອະນຸລັກຮັກສາວັດທະນະທຳຂອງຊາດ.
ລັດຍາມໃດກໍ່ເອົາໃຈໃສ່ເປັນພິເສດ, ອະນຸລັກຮັກສາ, ພັດທະນາວັດທະນະທຳຂອງຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:Dương Giang/TTXVN)

ຕອນບ່າຍວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນມູນເຊື້ອຂອງຂະແໜງວັດທະນະທຳ (28/8/1945 – 28/8/2023), ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມຍ້ອງຍໍຊົມເຊີຍແບບຢ່າງດີເດັ່ນໃນຂົງເຂດວັດທະນະທຳ 2023. ມີ 78 ແບບຢ່າງດີເດັ່ນໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຍາມໃດ ລັດກໍ່ເອົາໃຈໃສ່ເປັນພິເສດ, ປະກາດໃຊ້ ແລະ ຜັນຂະຫຍາຍຫຼາຍແຜນນະໂຍບາຍ, ນະໂຍບາຍຢ່າງມີປະສິດທິຜົນ, ສະຫງວນຫຼາຍແຫຼ່ງກຳລັງເພື່ອສ້າງສາ ແລະ ພັດທະນາວັດທະນະທຳ, ອະນຸລັກຮັກສາວັດທະນະທຳຂອງຊາດ. ທ່ານນາຍົກລັດຖະມົນຕີ ສະເໜີຜັນຂະຫຍາຍບັນດາໜ້າທີ່, ມາດຕະການຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ, ໃນນັ້ນ ສຸມໃສ່ຊາບຊຶມ ແລະ ຜັນຂະຫຍາຍແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ , ຄຳເຫັນຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ກອງປະຊຸມວັດທະນະທຳທົ່ວປະເທດຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ພ້ອມທັງປະຕິບັດສຳເລັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການສ້າງວັດທະນະທຳ, ພັດທະນາວັດທະນະທຳຂອງຊາດໃຫ້ຈະເລີນ, ສ້າງມະນຸດ ຫວຽດນາມ ໄລຍະ 2026 – 2030, ວິໄສທັດຮອດ 2045.

ຕອບກັບ

ຂ່າວ/ບົດ​ອື່ນ