ລັດ​ຖະ​ບານ ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ Justin Trudeau ຈະ​ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ຕໍ່​ການ​ພົວ​ພັນ​ກັບ ຫວຽດ​ນາມ

(VOVWORLD) -  ອີກອາຍຸການໜຶ່ງ ທີ່ພາຍໃຕ້ການນຳພາຂອງພັກເສລີ ແລະ ທ່ານນາຍົກລັດຖະມົນຕີ Justin Trudeau, ວົງການນັກຮຽນຮູ້ ການາດາ ໄດ້ໃຫ້ຂໍ້ສັງເກດວ່າ ການພົວພັນກັບ ຫວຽດນາມ ຈະສືບຕໍ່ແມ່ນບຸລິມະສິດອັນໜຶ່ງຂອງ ອົດຕາວາ ແລະ ຈະໄດ້ຮັບການເພີ່ມທະວີໃນຊຸມປີຈະມາເຖິງ.
ລັດ​ຖະ​ບານ ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ Justin Trudeau ຈະ​ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ຕໍ່​ການ​ພົວ​ພັນ​ກັບ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau (ພາບ: AFP/TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ອົດຕາວາ ຫວ່າງມໍ່ໆ, ທ່ານນາງ Sophia Leong, ສະມາຊິກຄະນະທີ່ປຶກສາ, ຂໍ້ລິເລີ່ມ ການາດາ - ອາຊຽນ (ການາດາ - ອາຊຽນ Initiatives) ຢັ້ງຢືນວ່າ ຫວຽດນາມ ຍັງສືບຕໍ່ແມ່ນບຸລິມະສິດອັນໜຶ່ງຂອງ ການາດາ ເມື່ອມີ 3 ທ່າແຮງ. ທີໜຶ່ງ, ຫວຽດນາມ ມີກຳລັງຄວາມສາມາດຟື້ນຟູທີ່ດີ. ທີສອງ, ຄົນຊັ້ນກາງ ຫວຽດນາມ ມີລະດັບການເຕີບໂຕເຂັ້ມແຂງຢ່າງວ່ອງໄວ ແລະ ທີສາມ ແມ່ນໂລກລະບາດໂຄວິດ - 19 ໄດ້ຊຸກຍູ້ວິວັດທະນາການຫັນເປັນດີຈີຕອນ ແລະ ທັງສອງພື້ນຖານເສດຖະກິດ ຂອງ ການາດາ ແລະ ຫວຽດນາມ ພວມຕັ້ງໜ້າປັບຕົວເຂົ້າກັບສະພາບການເປັນປົກກະຕິໃໝ່. ຫວຽດນາມ ໄດ້ຮັບຖືວ່າ ພ້ອມແລ້ວທີ່ຈະຕ້ອນຮັບພື້ນຖານເສດຖະກິດດີຈີຕອນໄດ້ໄວກວ່າບັນດາປະເທດອື່ນໆໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

        ທ່ານ J. Berkshire Miller, ນັກຊ່ຽວຊານ ສະຖາບັນ Macdonald Laurier ໃຫ້ຮູ້ວ່າ ໃນສະພາບການ ຫວຽດນາມ ເປັນຄູ່ຮ່ວມມືສຳຄັນໃນສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ນີ້ກໍແມ່ນໂອກາດເພື່ອໃຫ້ ການາດາ ສ້າງການພົວພັນດ້ານຄວາມໝັ້ນຄົງກັບ ຫວຽດນາມ ແລະ ກັບພາກພື້ນ ໃນຂອບເຂດກວ້າງໃຫຍ່ກວ່າ.

        ແບ່ງປັນກ່ຽວກັບທັດສະນະນີ້, ທ່ານຮອງສາດສະດາຈານ Ian Lee, ມະຫາວິທະຍາໄລ Carleton ໄດ້ເນັ້ນໜັກວ່າ ທັງສອງພັກການເມືອງໃຫຍ່ຂອງ ການາດາ ຕ່າງກໍຢາກສ້າງສາຍພົວພັນການຄ້າເປັນຫຼາຍຮູບຫຼາຍແບບ. ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ການາດາ ໃນ ອາຊຽນ ນັບແຕ່ປີ 2015 ມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ