ລັດຖະບານ ມຽນມາ ແລະ ທະຫານແຕກທັບ Kachin ເຊື່ອມຕໍ່ການເຈລະຈາສັນຕິພາບ

ລັດຖະບານ ມຽນມາ ແລະ ທະຫານແຕກທັບ Kachin ເຊື່ອມຕໍ່ການເຈລະຈາສັນຕິພາບ - ảnh 1
ທະຫານແຕກທັບ Kachin
(ພາບ: AP)

(vovworld) - ລັດຖະບານ ມຽນມາ ​ແລະ ອົງ​ການ​ເອກະລາດ Kachin (KIO), ຝ່າຍ​ການ​ເມືອງ​ຂອງ​ກອງທັບ​ປົດ​ປ່ອຍ​ KIA, ​ໄດ້​ເຊື່ອມ​ຕໍ່​ບັນດາ​ການ​ເຈລະຈາ​ສັນຕິພາບ​ຢູ່​ເມືອງ​ເອກ Myitkyina, ຂອງ​ລັດ Kachin, ຂຶ້ນ​ກັບ​ພາກ​ເໜືອ​ຂອງ ມຽນມາ. ຕາມ​ແຜນການ​ແລ້ວ, ການ​ເຈລະຈາ​ຄັ້ງ​ນີ້​ຈະ​ແກ່ຍາວ 3 ວັນ. ຄາດ​ວ່າ, ​ໃນ​ວັນ​​ເຈລະຈາ​ທຳ​ອິດ, 2 ຝ່າຍ​ຈະ​ປຶ​ກສາ​ຫາລື ກ່ຽວ​ກັບ​ເລື່ອງ​ເປີດຫ້ອງການ​ປະສານ​ງານດ້ານ​ການ​ທະຫານ ​ແລະ ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ກຳລັງ​ປະກອບ​ອາວຸດ 2 ຝ່າຍ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ລັດຖະບານ ມຽນມາ ​ແລະ ທະຫານ​ແຕກ​ທັບ Kachin ດຳ​ເນີນ​ການ​ເຈລະຈາ​ສັນຕິພາບ​ຢູ່​ພາຍ​ໃນ​ປະ​ເທດ. ຮອບ​ເຈລະຈາ​ຄັ້ງ​ຕ່າງໆ​ກ່ອນ​ນີ້​ໄດ້​ດຳ​ເນີນ​ຢູ່ ​ໄທ (20/2) ​ແລະ ຈີນ (4/2 ​ແລະ 12/3). ບັນດາ​ການ​ເຈລະຈາ​ສັນຕິ​ພາບ​ໄດ້​ຮັບ​ການດຳ​ເນີນ​ພາຍຫຼັງ​ລັດຖະບານ ມຽນມາ ຖະ​ແຫຼ​ງການ​ຢຸດ​ຍິງ​ພຽງ​ຝ່າຍ​ດຽວ​ເມື່ອ​ເດືອນ 1 ປີ​ນີ້​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ຢຸດຕິ​ບັນດາ​ການ​ປະ​ທະ​ກັນ​ຢູ່ Kachin ທີ່​ເຮັດ​ໃຫ້​​ເກືອບ 100.000 ຕ້ອງ​ອົບ​ພະຍົບນັບ​ແຕ່​ເດືອນ 6/2011. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໂດຍ​ບໍ່​ຫົວຊາ​ຕໍ່​ຖະ​ແຫຼ​ງການ​ຢຸດ​ຍິງ​ຂອງ​ລັດຖະບານ, ການ​ປະ​ທະ​ກັນ​ຍັງ​ຄົງ​​ເກີດ​ຂຶ້ນ​ຢູ່​ເຂດ​ນີ້, ພິ​ເສດ​ແມ່​ນພາຍຫຼັງ​ທະຫານ​ລັດຖະບານ​ຈັບ​ຕົວ​ຫົວ​ໜ້າ​ທະຫານ​ແຕກ​ທັບ​ຢູ່​ມໍ່​ກັບ​ຊາຍ​ແດນ​ຈີນ.

 

ຂ່າວ/ບົດ​ອື່ນ