ລັດ​ຖະ​ບານ ລີ​ບີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ມອບ​ໂອນ​ສິດ​ອຳ​ນາດ ພາຍຫຼັງ​ການ​ເລືອກ​ຕັ້ງ

(VOVWORLD) -ທ່ານ Ramadan Abujanah, ຜູ້ທີ່ໄດ້ບົ່ງຕົວໃຫ້ບໍລິຫານຊົ່ວຄາວລັດຖະບານເອກະພາບແຫ່ງຊາດ ລີບີ (GNU) ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະມອບໂອນສິດອຳນາດພາຍຫຼັງການເລືອກຕັ້ງ ເຊິ່ງຄາດວ່າຈະດຳເນີນໃນວັນທີ 24 ທັນວາ ຈະມາເຖິງ. 
ລັດ​ຖະ​ບານ ລີ​ບີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ມອບ​ໂອນ​ສິດ​ອຳ​ນາດ ພາຍຫຼັງ​ການ​ເລືອກ​ຕັ້ງ - ảnh 1ກອງປະຊຸມສະພາແຫ່ງຊາດ ລີບີ ຢູ່ Sirte (ພາບ: AFP/TTXVN)

ໃນບົດກ່າວປາໄສໃນວັນທີ 12 ທັນວາ, ທ່ານ Ramadan Abujanah, ຜູ້ທີ່ໄດ້ບົ່ງຕົວໃຫ້ບໍລິຫານຊົ່ວຄາວລັດຖະບານເອກະພາບແຫ່ງຊາດ ລີບີ (GNU) ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະມອບໂອນສິດອຳນາດພາຍຫຼັງການເລືອກຕັ້ງ ເຊິ່ງຄາດວ່າຈະດຳເນີນໃນວັນທີ 24 ທັນວາ ຈະມາເຖິງ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ລີບີ ຕ້ອງປົກປັກຮັກສາສະຖຽນລະພາບ ທີ່ບັນລຸໄດ້ຜ່ານການເລືອກຕັ້ງ. ທ່ານ Ramadan Abujanah ກໍຢັ້ງຢືນວ່າ GNU ສະໜັບສະໜູນການຈັດການເລືອກຕັ້ງຄັ້ງຕ່າງໆໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ແຜນການ.

        ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງພາຍໃນ ລີບີ Khalid Mazen ໃຫ້ຮູ້ວ່າ ວຽກງານຫ້າງຫາກະກຽມໃຫ້ແກ່ການເລືອກຕັ້ງປະທານາທິບໍດີໃນວັນທີ 24 ທັນວາ ພວມປະຕິບັດຕາມແຜນການ ແລະ ວົງການເຈົ້າໜ້າທີ່ ລີບີ ໄດ້ ແລະ ພວມເພີ່ມທະວີມາດຕະການປ້ອງກັນຄວາມສະຫງົບ. ທ່ານ Khalid Mazen ກໍຮຽກຮ້ອງໃຫ້ທຸກຝ່າຍປະຕິບັດຂໍ້ກຳນົດຕ່າງໆກ່ຽວກັບການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ