ລັດ​ຖະ​ບານ ຫວຽດ​ນາມ ຈະ​ແກ້​ໄຂ​ສິ່ງ​ກີດ​ຂວາງ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ

(VOVWORLD) - ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢຸງ ໃຫ້ຮູ້ວ່າ ລັດຖະບານ ເຫັນໄດ້ທຸກຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດແຕ່ທ້າຍປີ 2022. ໝາກຜົນການເຕີບໂຕໃນຊຸມເດືອນຕົ້ນປີນີ້ ແມ່ນຕັ້ງໜ້າ. 
ລັດ​ຖະ​ບານ ຫວຽດ​ນາມ ຈະ​ແກ້​ໄຂ​ສິ່ງ​ກີດ​ຂວາງ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ - ảnh 1ທ່ານນາງ ຫງວຽນທິຮົ່ງ ຜູ້ວ່າການທະນາຄານແຫ່ງລັດ ອະພິປາຍ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງວຽກງານບໍລິຫານເສດຖະກິດ (ພາບ: TTXVN)

ລັດຖະບານ ຫວຽດນາມ ຈະແກ້ໄຂສິ່ງກີດຂວາງເພື່ອປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ”. ນີ້ແມ່ນຄຳຢັ້ງຢືນຂອງລັດຖະມົນຕີບາງທ່ານໃນວາລະປຶກສາຫາລືໃນຕອນເຊົ້າວັນທີ 1 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2022 ແລະ ຊຸມເດືອນຕົ້ນປີ 2023 ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ທ່ານນາງ ຫງວຽນທິຮົ່ງ ຜູ້ວ່າການທະນາຄານແຫ່ງລັດ, ທ່ານ ໂຮ່ດຶກເຟິກ ລັດຖະມົນຕີກະຊວງການເງິນ, ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ອະພິປາຍ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງວຽກງານບໍລິຫານເສດຖະກິດ ເຊິ່ງບັນດາສະມາຊິກສະພາແຫ່ງຊາດມີຄວາມສົນໃຈ.

        ເມື່ອເວົ້າເຖິງການພັດທະນາຂອງພື້ນຖານເສດຖະກິດ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢຸງ ໃຫ້ຮູ້ວ່າ ລັດຖະບານ ເຫັນໄດ້ທຸກຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດແຕ່ທ້າຍປີ 2022. ໝາກຜົນການເຕີບໂຕໃນຊຸມເດືອນຕົ້ນປີນີ້ ແມ່ນຕັ້ງໜ້າ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານໃຫ້ຮູ້ວ່າ:

        “ລັດຖະບານຈະສືບຕໍ່ຕິດຕາມສະພາບການຢ່າງແໜ້ນແຟ້ນ, ແກ້ໄຂສິ່ງກີດຂວາງເພື່ອປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ. ກ່ຽວກັບໂຄງການເປົ້າໝາຍແຫ່ງຊາດ, ລັດຖະບານຈະຊີ້ນຳການປ່ອຍເງິນໂດຍໄວ. ກ່ຽວກັບຄວາມຫຍຸ້ງຍາກຂອງວິສາຫະກິດ, ລັດຖະບານ ຈະຄົ້ນຄວ້າມາດຕະການ, ນະໂຍບາຍທີ່ແຮງກວ່າ ແລະ ມີປະສິດທິຜົນກວ່າເພື່ອໜູນຊ່ວຍວິສາຫະກິດໃນໄລຍະຈະມາເຖິງ”.

        ກໍໃນວາລະປຶກສາຫາລືດັ່ງກ່າວ, ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ ກໍ່ໄດ້ອະພິປາຍກ່ຽວກັບການສ້າງແຜນງົບປະມານ, ການຄຸ້ມຄອງການເຄື່ອນໄຫວດຳເນີນທຸລະກິດກ່ຽວກັບການປະກັນຊີວິດ…/.

ຕອບກັບ

ຂ່າວ/ບົດ​ອື່ນ