ລັດຖະບານ ອັງກິດ ຖະແຫຼງວ່າ ຈະຮັກສາທັດສະນະກ່ຽວກັບຮ່າງກົດໝາຍ Brexit ເດີມໄວ້

ລັດຖະບານ ອັງກິດ ຖະແຫຼງວ່າ ຈະຮັກສາທັດສະນະກ່ຽວກັບຮ່າງກົດໝາຍ Brexit ເດີມໄວ້ - ảnh 1
ທ່ານ​ນາງ​ນາຍົກ​ລັດຖະມົນຕີ Theresa May
(ພາບ: TTXVN)

(vovworld) - ພາຍຫລັງ​ສະພາ​ສູງ ອັງກິດ ປ່ອນ​ບັດ​ຮຽກຮ້ອງ​ລັດຖະບານ​ ອັງກິດ ປັບປຸງ​ຮ່າງ​ກົດ​ໝາຍ​ ອັງກິດ ຖອນ​ອອກ​ຈາກ​ສະຫະພາບ ​ເອີ​ລົບ (Brexit Bill) ດ້ວຍ​ອັດຕາ​ຈຳ​ນວນ​ບັດ 256/358. ຕອນ​ຄ່ຳ​ວັນ​ທີ 01/03 ລັດຖະບານ​ຂອງ​ທ່ານ​ນາງ​ນາຍົກ​ລັດຖະມົນຕີ Theresa May ​ໄດ້​ຖະ​ແຫຼ​ງ ຈະ​ຕັດສິນ​ໃຈ​ຮັກສາ​ເນື້ອ​ໃນ​ຮ່າງ​ກົດ​ໝາຍ Brexit ​ ​ໄວ້, ບໍ່​ເພີ່ມ​ເຕີ່​ມ, ​ເມື່ອ​ບັນຫາ​ນີ້ ​ໄດ້​ຍົກ​ອອກ​ມາ​ເພື່ອ​ປຶ​ກສາ​ຫາລື​ພິຈາລະ​ນາ​ຄືນ​ຢູ່​ສະພາ​ຕ່ຳ ອັງກິດ ​ໃນ​ອາທິດ​ໜ້າ. ລັດຖະບານ​ຈະ​ພິຈາລະນາ​ບັນຫາ​ກ່ຽວ​ກັບສິດ​ຂອງພົນລະ​ເມືອງ ອີ​ຢູ ພວມ​ດຳລົງ​ຊີວິດ​ຢູ່ ອັງກິດ ຢ່າງ​ລະມັດລະວັງ, ​ແຕ່​ຈະ​ຕັດສິນ​ໃຈ ​ເພື່ອ​ຮັບຮອງ​ເອົາ “ຮ່າງ​ກົດໝາຍ​ສະບັບ​ໜຶ່ງ​ທີ່​ຂຽນ​ຈະ​ແຈ້ງ ​ແລະ ງ່າຍດາຍ”. ບັນດາ​ສະມາຊິກ​ລັດຖະສະພາ​ສູງ ຮຽກ​ຮ້ອງ​ທ່ານ​ນາງນາຍົກ​ລັດຖະມົນຕີ Theresa May ​ເພີ່ມ​ເຕີ່​ມມາດຕາ​ເຂົ້າ​ໃນ​ຮ່າງກົດໝາຍ ​ເພື່ອ​ຮັບປະກັນ​ໃຫ້​ບັນດາ​ພົນລະ​ເມືອງ ອີ​ຢູ ພວ​ມດຳລົງ​ຊີວິດຢູ່ ອັງກິດ ມີ​ສິດ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ອັງກິດ ພາຍຫລັງ Brexit. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕາມ​ທັດສະນະ​ຂອງ​ລັດຖະບານ ອັງກິດ, ລອນ​ດອນ​ ຈະ​ລໍ່​ຖ້າ ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ໃນ ອີ​ຢູ ຈະຕ້ອງ​ມີ​ມາດຕາ​ຄື​ດັ່ງກ່າວ ສຳລັບພົນລະ​ເມືອງ ອັງກິດ ພວມ​ດຳລົງ​ຊີວິດ​ຢູ່ ອີ​ຢູ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ