ລັດຖະບານ ອາ​ເມ​ລິ​ກາ ຍົກ​ເລີກ​ຂໍ້​ກໍານົດ​ໃໝ່ກ່ຽວກັບ​​ວີ​ຊາ​ສໍາລັບ​ນັກ​ສຶກສາ​ຕ່າງປະ​ເທດ

(VOVWORLD) -ລັດຖະບານ ອາເມລິກາ  ພ້ອມກັບ ມະຫາວິທະຍາໄລ Havard ແລະ ສະຖາບັນເຕັກໂນໂລຢີ Massachusetts ສາມາດຊອກໄດ້ວິທີການແກ້ໄຂແລ້ວ, ລະອຽດແມ່ນຍົກເລີກຂໍ້ກໍານົດສະບັບນີ້ ແລະ ຟື້ນຟູສະພາບເດີມຄືໃນເວລາກ່ອນໜ້ານັ້ນ./.
ລັດຖະບານ ອາ​ເມ​ລິ​ກາ ຍົກ​ເລີກ​ຂໍ້​ກໍານົດ​ໃໝ່ກ່ຽວກັບ​​ວີ​ຊາ​ສໍາລັບ​ນັກ​ສຶກສາ​ຕ່າງປະ​ເທດ - ảnh 1ມະຫາວິທະຍາໄລ Georgetown ຢູ່ວໍຊີງຕັນ (ພາບ: AFP/TTXVN) 

        ວັນທີ 14 ກໍລະກົດ, ຜູ້ພິພາກສາສະຫະລັດຢູ່ນະຄອນ Boston ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານ ອາເມລິກາ ໄດ້ຍົກເລີກຂໍ້ກໍານົດ ຫ້າມນັກສຶກສາຕ່າງປະເທດສືບຕໍ່ຢູ່ປະເທດ ອາເມລິກາ, ຖ້າຫາກວ່າ ໂຮງຮຽນແຫ່ງຕ່າງໆ ເຊິ່ງເຂົາເຈົ້າພວມຮຽນຢູ່ນັ້ນ ບໍ່ໄດ້ເປິດການຮຽນການສອນໂດຍກົງຢູ່ຫ້ອງຮຽນໃນລະດູໃບໄມ້ຫຼົ່ນນີ້. ຕາມແຈ້ງການແລ້ວ, ລັດຖະບານ ອາເມລິກາ  ພ້ອມກັບ ມະຫາວິທະຍາໄລ Havard ແລະ ສະຖາບັນເຕັກໂນໂລຢີ Massachusetts ສາມາດຊອກໄດ້ວິທີການແກ້ໄຂແລ້ວ, ລະອຽດແມ່ນຍົກເລີກຂໍ້ກໍານົດສະບັບນີ້ ແລະ ຟື້ນຟູສະພາບເດີມຄືໃນເວລາກ່ອນໜ້ານັ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ