ລັດຖະບານຊີ້ນຳວຽການແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນນ້ຳຖ້ວມ

(VOVWORLD) -ຍ້ອນສະພາບຝົນຕົກ, ນ້ຳຖ້ວມໜັກຢ່າງລຽນຕິດແກ່ຍາວ ອັນໄດ້ກໍ່ຜົນສະທ້ອນຢ່າງໜັກໜ່ວງເຖິງບາງແຂວງທາງພາກກາງ.

ລັດຖະບານຊີ້ນຳວຽການແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນນ້ຳຖ້ວມ - ảnh 1 ຫ້ອງວ່າການລັດຖະບານ ໄດ້ຈັດການຂົນຂວາຍແຜ່ບໍລິຈາກສະໜັບສະໜູນປະຊາຊົນເຂດພາກກາງ

(ພາບ: VGP)

ຕອນເຊົ້າວັນທີ 19 ຕຸລາ, ຫ້ອງວ່າການລັດຖະບານ ໄດ້ຈັດການຂົນຂວາຍແຜ່ບໍລິຈາກສະໜັບສະໜູນປະຊາຊົນເຂດພາກກາງ ທີ່ພວມຖືກເສຍຫາຍຍ້ອນສະພາບຝົນຕົກ, ນ້ຳຖ້ວມຄັ້ງປະຫວັດສາດນີ້. ເຂົ້າຮ່ວມການແຜ່ບໍລິຈາກນີ້ມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ບັນດາຮອງນາຍົກລັດຖະມົນຕີ ແລະ ພະນັກງານ, ພາລະກອນ, ລັດຖະກອນ, ຊາວຜູ້ອອກແຮງງານຫຼາຍຄົນຂອງຫ້ອງວ່າການລັດຖະບານ.

ລັດຖະບານຊີ້ນຳວຽການແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນນ້ຳຖ້ວມ - ảnh 2 ຫຼາຍກິດຈະກຳພື້ນຖານໂຄງລ່າງຄົມມະນາຄົມ, ຊົນລະປະທານຖືກດິນຕົມທັບຖົມ ແລະ ເຊາະເຈື່ອນ

(ພາບ: TTXVN)

ກ່ອນໜ້ານັ້ນ, ວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ເຊັນຂໍ້ຕົກລົງມອບໃຫ້ກະຊວງການເງິນ ນຳເຂົ້າສານຈາກແຫຼ່ງສະສົມແຫ່ງຊາດຈຳນວນ 4.000 ໂຕນ ໄປຊ່ວຍເຫຼືອລ້າໃຫ້ແກ່ບັນດາແຂວງຄື: ກວາງບິ່ງ, ກວາງຈິ້, ເທື່ອທຽນເຫ້ວ, ກວາງນາມ ເພື່ອໜູນຊ່ວຍປະຊາຊົນເຂດຖືກໄພທຳມະຊາດ, ນ້ຳຖ້ວມ. ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ມີໂທລະເລກກ່ຽວກັບການສຸມໃສ່ກູ້ໄພກູ້ຊີບ, ແກ້ໄຂຜົນຮ້າຍຢ້ອນຫຼັງຍ້ອນດິນເຊາະເຈື່ອນຢູ່ເຂດເຂື່ອນໄຟຟ້ານ້ຳຕົກ ຣ່າວຈັງ 3, ແຂວງ ເທື່ອທຽນເຫ້ວ ແລະ ຢູ່ຄະນະເສດຖະກິດ - ປ້ອງກັນຊາດ 337 ຂຶ້ນກັບທະຫານເຂດ 4 ໃນບໍລິເວນແຂວງ ກວາງຈິ້. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ສືບຕໍ່ຜັນຂະຫຍາຍບັນດາມາດຕະການເພື່ອຈຳກັດຄວາມເສຍຫາຍ, ປົກປ້ອງຊີວິດອິນຊີ ແລະ ຊັບສົມບັດຂອງປະຊາຊົນ.

        ວັນທີ 18 ຕຸລາ, ຄະນະປະຕິບັດງານສູນກາງ, ໂດຍທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ນຳໜ້າ ໄດ້ໄປແຂວງ ກວາງຈິ້ ຊີ້ນຳວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມ. ທ່ານຮອງນາຍົກລັດຖະມົນຕີໄດ້ຊີ້ນຳວ່າ, ໜ້າທີ່ຮີບດ່ວນໃນຈຸດເວລານີ້ແມ່ນສຸມກຳລັງເພື່ອຊອກຫາບັນດາພະນັກງານ, ນັກຮົບຫາຍສາບສູນໃນເຫດດິນເຊາະເຈື່ອນຢູ່ ຄະນະເສດຖະກິດປ້ອງກັນຊາດ 337 (ທະຫານເຂດ 4), ຢູ່ເມືອງ ເຮື໊ອງຮ໊ວາ. ພ້ອມກັນນັ້ນ, ກຳລັງທີ່ມີໜ້າທີ່ຈົ່ງຊອກຫາປະຊາຊົນບັນດາຜູ້ທີ່ຍັງຫາຍສາບສູນໃນເຫດດິນເຊາະເຈື່ອນ, ໃຫ້ການປິ່ນປົວຜູ້ທີ່ຮັບບາດເຈັບ.

        ໃນຊຸມມື້ຜ່ານມາ, ຍ້ອນສະພາບຝົນຕົກ, ນ້ຳຖ້ວມໜັກຢ່າງລຽນຕິດແກ່ຍາວ ອັນໄດ້ກໍ່ຜົນສະທ້ອນຢ່າງໜັກໜ່ວງເຖິງບາງແຂວງທາງພາກກາງ. ໄລ່ຮອດຕອນຄ່ຳວັນທີ 18 ຕຸລາ, ເຫດຝົນຕົກ, ນ້ຳຖ້ວມໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນກວ່າ 120 ຄົນ, ຫຼາຍຄົນຍັງບໍ່ສາມາດຕິດຕໍ່ໄດ້; ເຮືອນຢູ່ເກືອບ 600 ຫຼັງຖືກພັງທະລາຍ ແລະ ກະແສນ້ຳໄຫຼພັດໄປ. ຫຼາຍກິດຈະກຳພື້ນຖານໂຄງລ່າງຄົມມະນາຄົມ, ຊົນລະປະທານຖືກດິນຕົມທັບຖົມ ແລະ ເຊາະເຈື່ອນ. ເນື້ອທີ່ນາ, ຜົນລະປູກ ແລະ ສິນໃນນ້ຳນັບໝື່ນເຮັກຕາຖືກເສຍຫາຍ.

ຕອບກັບ

ຂ່າວ/ບົດ​ອື່ນ