ລັດຖະບານຊີຣີຖືເປັນສຳຄັນການເຈລະຈາ

ລັດຖະບານຊີຣີຖືເປັນສຳຄັນການເຈລະຈາ - ảnh 1
(ພາບ​ປະ​ກອບ: EPA/TTXVN)

(vovworld) - ​ວັນ​ທີ 22/01, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ​ຣີ Imad Khamis, ໃຫ້​ຮູ້​ວ່າ, ລັດ​ຖະ​ບານ​ຂອງ​ທ່ານ​ຖື​ເປັນ​ສຳ​ຄັນ​ການ​ເຈ​ລ​ະ​ຈາ​ຢູ່​ນະ​ຄອນ​ຫຼວງ Astana ຂອງ​ກາ​ຊັກ​ສະ​ຖານ ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້ “ມາດ​ຕະ​ການ​ແກ​້​ໄຂ​ດ້ານ​ການ​ເມືອງ” ໃຫ້​ແກ່ວິ​ກິດ​ການ​ພາຍ​ໃນ​ປະ​ເທດ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ Damascus ຊົມ​ເຊີຍບໍ່​ວ່າ​ຂໍ້​ລິ​ເລີ່ມ​ໃດໆ​ເພື່ອ​ແນ​ໃສ່​​ຊ່ວຍຟື້ນ​ຟູ​ສັນ​ຕິ​ພາບ​ໃຫ້​ປະ​ເທດ​ເກີ​ດ​ການ​ປະ​ທະ​ກັນ​ນີ້. ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ​ໄດ້​​ແຜ່​ພາບ​ຜ່ານ​ຊ່ອງ​ໂທ​ລະ​ພາບ​ພາ​ສາ​ອາ​ຣັບ “al – Mayadeen TV”. ບັນ​ດາ​ຄຳ​ວິ​ຈານ​ດັ່ງ​ກ່າວ​ຂອງ​ທ່​ານ Khamis ໄດ້​ຍົກ​ອອກ​ມາ ພາຍ​ຫຼັງ​ຄະ​ນະ​ຜູ້​ແທນ​ຂອງ​ລັດ​ຖະ​ບານ​ຊີ​ຣີ ເດີນ​ທາງ​ເຖິງ​ນະ​ຄອນ​ຫຼວງ Astana ເພື່ອ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ, ຄາດ​ວ່າ​ຈະ​​ດຳ​ເນີນ​ໃນ​ວັນ​ທີ 23/01. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຜູ້​ຕາງ​ໜ້າ​ອຳ​ນາດ​ການ​ປົກ​ຄ​ອງ​ຊີ​ຣີ ມີ​ການ​ເຈ​ລະ​ຈາ​ໂດຍ​ກົງ​ກັບ​ຝ່າຍ​ຄ້ານ ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ໃຫ​້​​ແກ່ການ​ປະ​ທະ​ກັນ​ທີ່​ແກ່​ຍາວ​​ມາເປັນ​ເວ​ລາ 6 ປີ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງນີ້. ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຊີ​ຣີ ໃຫ້​ຮູ້​ວ່າ, ບຸ​ລິມ​ະ​ສິດ​ອັນ​ດັບ​ໜຶ່ງ​ຂອງ​ການ​ພົບ​ປະ​ແມ່ນ​ສຸມ​ໃສ່​ຊອກ​ຫາ​ມາດ​ຕະ​ການ​ຊ່ວຍ​ບຸກ​ໂຈມ​ຕີ​ບັນ​ດາ​ກຳ​ລັງ​ກໍ່​ກາ​ນ​ຮ້າຍ​ຕ່າງ​ປະ​ເທດ​​ໃຫ້ອອກ​ຈາກດິນແດນ​ຂອງ​ຊີ​ຣີ.


ຂ່າວ/ບົດ​ອື່ນ