ລັດຖະບານຊີຣີຮັບຮອງເອົາແຜນການສ້າງສາAleppoຄືນໃໝ່

ລັດຖະບານຊີຣີຮັບຮອງເອົາແຜນການສ້າງສາAleppoຄືນໃໝ່ - ảnh 1
ທ​ະ​ຫານ​ຢູ່ Aleppo 
(ພາບ: The Duran)

(vovworld) - ວັນ​ທີ 7/1, ລັດ​ຖະ​ບານ ຊີ​ຣີ ໄດ້​ຮັບ​ຮອງ​ເອົາ​ແຜນ​ການ​ເພື່ອ​ແນ​ໃສ່ຟື້ນ​ຟູ​ບັນ​ດາ​ການ​ບໍ​ລິ​ການ, ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ນະ​ຄອນ​ທາງ​ພາກ​ເໜືອ Aleppo ທີ່​ເຄີຍ​ຖື​ກ​ສົງ​ຄາມ​ທຳ​ລາຍ. ລັດ​ຖະ​ບານ ຊີ​ຣີ ມີ​ແຜນ​ການ​ຟື້ນ​ຟ​ູ​ການ​ສະ​ໜອງໄຟ​ຟ້າ, ນ້ຳ ແລະ ເຊື້ອ​ໄຟ​ເພື່ອ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ກັບ​ຄືນ​ສູ່​ຊີ​ວິດ​ເປັນ​ປົກ​ກະ​ຕິ​ໂດຍ​ໄວ. ລັດ​ຖະ​ບານ​ຊີ​ຣີ ກໍ່​ຮັບ​ຮອງ​ເອົາ​ແຜນ​ການ​ຮີບ​ດ່ວນ​ໂດຍ​ກະ​ຊວງ​ສຶກ​ສາ​ສະ​ເໜີ​ເພື່ອ​ຟື້ນ​ຟູ​ໂຮງ​ຮຽນ 50 ແຫ່ງ​ຢູ່​ນະ​ຄອນ Aleppo ໃນ​ຮອບ​ເວ​ລາ 6 ເດືອນ. ແຜນ​ການນີ້ກໍ່​ລວມ​ມີ​ການ​ຟື້ນ​ຟ​ູ​ສູນ​ສາ​ທາ​ລະ​ນະສຸກ 5 ແຫ່ງ ແລະ  ​ໂຮງ​ໝ​ໍ 2 ແຫ່ງ ກໍ່​ຄື​ບູ​ລະ​ນະ​​ກໍ່​ສ້າງ​ສ້ອມ​ແປງ​ສະ​ໜາມ​ບິນ​ສາ​ກົນ​ຂອງ Aleppo ແລະ ເສັ້ນ​ທາງ​ລົດ​ໄຟ 18 ກມ. ນອກ​ຈາກນັ້ນ, ລັດ​ຖະ​ບານ ຊີ​ຣີ ກໍ່​ຄາດ​ຄະ​ເນ​ຈະ​ຟື້ນ​ຟູ​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ຕົ້ນ​ຕໍ​ຢູ່ Aleppo, ​ເຊິ່ງ​ແມ່ນນະ​ຄອນ​ເຄ​ີຍ​ເປັນ​ສູນ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຢູ່​ຊີ​ຣີ ​ໃນ​ໄລ​ຍະກ່ອນ​​ສົງ​ຄາມ.


ຂ່າວ/ບົດ​ອື່ນ