ລັດຖະບານຍາມໃດກໍ່ເອົາໃຈໃສ່,ເບິ່ງແຍງດູແລບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂດຊີນ

ລັດຖະບານຍາມໃດກໍ່ເອົາໃຈໃສ່,ເບິ່ງແຍງດູແລບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂດຊີນ - ảnh 1
ທ່ານ​ ​ເຈືອງ​ຮ່ວາ​ບີ​ງ ຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາຄົມ
ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ ສີ​ສົ້ມ/ດີ​ໂອ​ຊີ​ນ
(ພາບ: VGP)

(vovworld) – ​ ​ໃນ​ຕອນ​ບ່າຍ​ວັນ​ທີ 07/06 ຢູ່​ຮ່າ​ໂນ້ຍ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເຈືອງ​ຮ່ວາ​ບີ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ / ດີ​ໂອ​ຊີ​ນ ​ແຂວງ​ກວາງ​ນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ​ແບ່ງປັນກັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ / ດີ​ໂອ​ຊີ​ນຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບຄວາມ​ເຈັບ​ແສບ ​ໂດຍ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຂອງ​ທາດພິດ ເຄມີ ຊຶ່ງ​ກອງທັບ ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ສົງຄາມ​ຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ສະ​ເໜີແຂວງ ກວາງ​ນາມ ປະຕິບັດ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ ​ແລະ ຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ນ/ດີ​​ໂອ​ຊີ​ນ ​ໃຫ້​ດີ​ກ່ວາ​ອີກ ​ເພື່ອ​​ໃຫ້ເຂົາ​ເຈົົ້າສ້າງ​ການດຳລົງຊີ​ວິດເປັນ​ປົກ​ກະຕິ​ໂດ​ຍ​ໄວ ​ເພື່ອເຊື່ອ​ມຕົວ​ກັບ​ປະຊາ​ຄົມ.

 

ຂ່າວ/ບົດ​ອື່ນ