ລັດຖະບານຕັດສິນໃຈສ້າງການຫັນປ່ຽນຢ່າງຈະແຈ້ງໃນວຽກງານສ້າງກົດໝາຍ

ລັດຖະບານຕັດສິນໃຈສ້າງການຫັນປ່ຽນຢ່າງຈະແຈ້ງໃນວຽກງານສ້າງກົດໝາຍ - ảnh 1
ນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ
(ພາບປະກອບ)

(​vovworld) – ວັນ​ທີ 25/12, ຢູ່​ສຳ​ນັກ​ງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເປັນ​ປະທານ​ກອງ​ປະຊຸມ​ລັດຖະບານ​ມີ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ. ລັດຖະບານຢື່ນ​ຢັນຄວາມຕັດສິນ​ໃຈ​ສ້າງ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ວຽກ​ງານ​ຍົກ​ສູງ​ຄຸນ​ນະພາ​ບສ້າງ​ບັນດາ​ເອ​ກະສາ​ນ​ນິຕິ​ກຳ ​ແລະ ບໍ່​ປະ​ໃຫ້​ສະພາບສົບສົນດ້ານເອກະສານ​ແກ່ຍາວ. ​ໃນ​ປີ 2014, ອົງການ​ທຽບ​ເທ່ົາ​ກະຊວງ​ຈະ​ສົມທົບ​ກັນ​ປັບປຸງ ​ແລະ ລັດຖະບານ​ຈະ​ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດແມ່ນ​ຮ່າງກົດໝາຍ 34 ສະບັບ ແລະ ລັດຖະບັດຍັດ 2 ສະບັບ. ນອກຈາ​ກນັ້ນ, ຍັງ​ມີ​ຮ່າງ​ກົດໝາຍ​ຫຼາຍສະບັບ​ອາດ​ຈະ​ຍືນ​ສະ​ເໜີ​ຕາມ​ມະ​ຕິ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​​ເຕີນ​ຢູ້ງ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ອົງການ​ທຽບ​ເທ່ົາ​ກະຊວງ​ຈຶ່ງວາງແຜນ​ນະ​ໂຍບາຍ​ຖືກ​ກັບ​ຕົວ​ຈິງ, ພ້ອມ​ທັງ​ສຸ​ມ​ໃສ່​ສ້າງ​ກົງຈັກ​ປະຕິ​ບັດ​ວຽກ​ງານ​ສ້າງ​ກົດໝາຍ​ໃຫ້​ສົມ​ບູນ​ແບບ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ຖັນ​ແຖວ​ພະນັກງານວິ​ຊາ​ການ​ສ້າງ​ກົດໝາຍ.

        ທີ່​ວາລະ​ປະຊຸມ,  ບັນດາ​ສະມາຊິກ​ລັດຖະບານ​ປະກອບ​ຄຳ​ເຫັນ​ກ່ຽວກັບ​ບາງ​ມາດ​ຕະການ​ຜັນ​ຂະຫຍາຍ​ປະຕິບັດ​ລັດຖະທຳ​ມະ​ມູນ​ສະບັບ​ປັບປຸງ​ປີ 2013, ປະກອບ​ຄຳ​ເຫັນ​ເຂົ້າ​ໃນ​ບັນຫາ​ຕ່າງໆ​ທີ່​ຍັງມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​​ໃນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດ​ອະສັງ​ຫະລິ​ມະ​ຊັບ ສະບັບ​ປັບປຸງ, ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ສອນ​ວິຊາ​ຊີບ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສັງຄົມ​ສະບັບ​ປັບປຸງ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການບິນ​ພົນລະ​ເຮືອນ ຫວຽດນາ​ມ.

 

ຂ່າວ/ບົດ​ອື່ນ