ລັດຖະບານຟີລິບປິນແລະທະຫານກະບົດMILFໃຫ້ຄຳໝັ້ນສັນຍາຊຸກຍູ້ວິວັດການສັນຕິພາບ

ລັດຖະບານຟີລິບປິນແລະທະຫານກະບົດMILFໃຫ້ຄຳໝັ້ນສັນຍາຊຸກຍູ້ວິວັດການສັນຕິພາບ - ảnh 1
2 ຝ່າຍ​ສືບ​ຕໍ່​ຊຸກຍູ້​ວິວັດ​ການ​ສັນຕິພາບ, ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ປະ​ທະ​ກັນ​ທີ່​ນອງ​ເລື​ອດ​ໃນ​ວັນ​ທີ 25/1
(ພາບ: AFP /Richard Grande)

(vovworld) – ວັນ​ທີ 31/1, ບັນດາ​ນັກ​ເຈລ​ະຈາ​ຂຶ້ນ​ກັບ​ກຳລັງ​ລັດຖະບານ ຟີ​ລິບ​ປິນ ​ແລະ ກຸ່ມ​ທະຫານ​ກະບົດ​ແນວ​ໂຮມ​ປົດ​ປ່ອຍ ອິດສະ​ລາມ Moro (MILF) ຢັ້ງຢືນ​ວ່າ: 2 ຝ່າຍ​ສືບ​ຕໍ່​ຊຸກຍູ້​ວິວັດ​ການ​ສັນຕິພາບ, ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ປະ​ທະ​ກັນ​ທີ່​ນອງ​ເລື​ອດ​ໃນ​ວັນ​ທີ 25/1 ຜ່ານ​ມາ​ຢູ່​ໝູ່​ເກາະ​ທາງ​ພາກ​ໃຕ້ Mindanao. ນີ້​ແມ່ນ​ໜຶ່ງ​ໃນ​ຈຳນວນ 3 ຂໍ້​ຕົກລົງຕົ້ນຕໍ​ເຊິ່ງ 2 ຝ່າຍ​ບັນລຸ​ໄດ້​ໃນ​ຄວາມ​ມານະ​ພະຍາຍາມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ພາຍຫຼັງ​ການ​ປະ​ທະ​ກັນ​ຢູ່ Mindanao. 2 ຝ່າຍ​​ເຫັນ​ດີ​ເປັນ​ເອກະສັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຕີ​ລາຄາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ລວມ​ໃນ​ເດືອນ 2 ນີ້, ​ໃນ​ນັ້ນ​ສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ອາດຊະຍາ​ກຳ ​ແລະ ກໍ່​ການ​ຮ້າຍ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ​ລັດຖະບານ ຟີ​ລິບ​ປິນ ​ແລະ MILF. 2 ຝ່າຍ​ກໍ່​ຕໍ່​ກຳນົ​ດ​ເວລາ​ໃຫ້​ແກ່​ການ​ເຄື່ອນ​ໄຫວຂອງ​ກຸ່ມ​ຕິດຕາມ​ກວດກາ​ສາກົນ​ສຳລັບ​ວິວັ​​ດການ​ສັນຕິພາບ​ຢູ່ ຟີ​ລິບ​ປິນ, ກໍ່​ຄື​ກຸ່ມ​ເຄື່ອນ​ໄຫວ​ຮ່ວມ​ສົມທົບ​ບັນດາ​ການ​ເຄື່ອນ​ໄຫວ​ຕ້ານ​ອາດຊະຍາ​ກຳ ​ແລະ ຕ້ານ​ກໍ່​ການ​ຮ້າ​ຍຂອງ 2 ຝ່າຍ​ຕື່ມອີກ 1 ​ປີ.

 

ຂ່າວ/ບົດ​ອື່ນ