ລັດຖະບານຫວຽດນາມສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືດ້ານປ້ອງກັນຄວາມສະຫງົບ

ລັດຖະບານຫວຽດນາມສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືດ້ານປ້ອງກັນຄວາມສະຫງົບ - ảnh 1
ທ່ານ ຫງວຽນເຕີ໋ນຢຸງ ຕ້ອນຮັບ ບັນດາຫົວໜ້າຄະນະຜູ້ແທນສາກົນເຂົ້າຮ່ວມ
ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຕຳຫລວດປະຊາຊົນຫວຽດນາມ
(ພາບ: VGP/NhatBac)

(vovworld) – ​ຕອນ​ບ່າ​ຍວັນ​ທີ 18/8, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໄດ້​ໃຫ້ການ​ຕອນ​ຮັບ​ບັນດາ​ຫົວໜ້າ​ຄະນະ​ຜູ້​ແທນ​ສາກົນ ​ໂດຍ​ທ່ານ​ລັດຖະມົນ​ຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົ​ບ ລາວ ສົມ​ແກ້ວ ສີ​ລະ​ວົງ ນຳ​ໜ້າ. ​ເຂົ້າ​ຮ່ວມ​ພິທີສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນມູນ​ເຊື້ອ​ຕຳຫລວດ​ປະຊາຊົນ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ສະໜັບສະໜູນ ​ແລະ ສືບ​ຕໍ່​ສ້າງ​ບັນດາ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ ອາ​ຊຽນ, ຈີນ, ລັດ​ເຊຍ, ກຸ​ບາ ​ແລະ ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ, ຕຳ​ຫລວດ, ວຽກ​ງານ​ພາຍ​ໃນ, ການ​ສືບ​ຂ່າວ​ຂອງ​ບັນດາ​ປະ​ເທດ ​ແລະ ບັນດາອົງການ Aseanpol, Interpol. ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ, ອາດຊະຍາ​ກຳ​ຢາ​ເສບ​ຕິດ, ອາດຊະຍາ​ກຳ​ການຄ້າ​ມະນຸດ, ການຄ້າ​ແມ່ຍິງ ​ແລະ ​ເດັກ, ອາດຊະຍາ​ກຳ​​ເຕັກ​ໂນ​ໂລ​ຊີ​ສູງ; ການ​ຕ້ານກໍ່​ການ​ຮ້າຍ; ​ແລກປ່ຽນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ວິຊາ​ການ; ຮ່ວມ​ມື, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ບຳລຸງ​ສ້າງ​ພະນັກງານ…

        ກ່າວ​ຄຳ​ເຫັນທີ່​ການ​ຕ້ອນຮັບ, ທ່ານ ສົມ​ແກ້ວ ສີ​ລະ​ວົງ ​ເຊື່ອ​ໝັ້ນ​ວ່າ: ກຳລັງ​ຕຳຫລວດ​ປະຊາຊົນ ຫວຽດນາມ ຈະ​ສືບ​ຕໍ່​ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ກວ່າ​ອີກ​ໃນ​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ ຫວຽດນາມ. ພ້ອມ​ທັງເປີດ​ກ້ວາງ​ການ​ພົວພັນ ​ແລະ ການ​ຮ່ວມ​ມືມີ​ປະສິດທິ​ຜົນຢ່າງ​ບໍ່​ຢຸດ​ຢັ້ງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ບັນດາ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ, ຕຳຫລວດ, ວຽກ​ງານ​ພາຍ​ໃນ, ການ​ສືບ​ລາຊະການ​ລັບ​ຂອງ​ບັນດາ​ປະ​ເທດ, ອົງການ​ສາກົນ.

ຂ່າວ/ບົດ​ອື່ນ