ລັດຖະບານຫວຽດນາມແກ້ໄຂຂໍ້ຕິດຂັດໃຫ້ແກ່ທ້ອງຖິ່ນພັດທະນາ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຫາກໍ່ມີການເຮັດວຽກກັບການນຳຫລັກແຫລ່ງຂອງແຂວງ ຈ່າວິງ, ເທື່ອທຽນ - ເຫ້ວ ແລະ ທາຍບີ່ງ ເພື່ອຊີ້ນຳໂດຍກົງການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາແຂວງດັ່ງກ່າວ, ສ້າງປະຖົມປັດໄຈໃຫ້ 3 ແຂວງ ຜັນຂະຫຍາຍແຜນການພັດທະນາເສດຖະກິດສັງຄົມ ນັບແຕ່ປີ 2021 ຮອດປີ 2025. 

ລັດຖະບານຫວຽດນາມແກ້ໄຂຂໍ້ຕິດຂັດໃຫ້ແກ່ທ້ອງຖິ່ນພັດທະນາ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງ ຈ່າວິງ 

ພາບ:VGP

ສຳລັບ ແຂວງຈ່າວິງ ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ແຂວງ ຕ້ອງເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃຫ້ໄດ້ ຢ່າງສຸດຂີດ ເພື່ອນຳແຂວງນີ້ກາຍເປັນແຂວງຈຸດສຸມກ່ຽວກັບການພັດທະນາເສດຖະກິດທະເລຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ທາງແຂວງຄວນລະດົມແຫລ່ງກຳລັງເພື່ອລົງທຶນພື້ນຖານໂຄງລ່າງ, ຫັນວຽກງານຄຸ້ມຄອງອາຊີບຫາຢູ່ທະເລເປັນທັນສະໄຫມ, ກາຍເປັນສູນກາງລ້ຽງປູກສິນໃນນ້ຳ, ຂຸດຄົ້ນ ແລະປຸງແຕ່ງສິນໃນນ້ຳ.

ເມື່ອເຮັດວຽກກັບການນຳແຂວງເທື່ອທຽນ-ເຫ້ວ,ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ແຂວງຕ້ອງມີຄວາມຕັດສິນໃຈພັດທະນາບຸກທະລຸເພື່ອກາຍເປັນນະຄອນຂຶ້ນກັບສູນກາງ.

ທີ່ການເຮັດວຽກກັບການນຳແຂວງ ທາຍບີ່ງ ທ່ານນາຍົກລັດຖະມົນຕີ ໄດ້ມອບໃຫ້ບັນດາກະຊວງ,ຂະແຫນງການຄົ້ນຄ້ວາ ແລະສ້າງລະບຽບການຕ່າງໆໃຫ້ສົມບູນແບບເພື່ອນຳແຂວງສ້າງຕັ້ງບັນດາເຂດອຸດສາຫະກຳໃນເຂດເສດຖະກິດ ທາຍບີ່ງ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ