ລັດຖະບານອີຢີບພິຈາລະນາການຍຸບເລີກຂະບວນການອ້າຍນ້ອງຊາວມຸດສະລີມ

ລັດຖະບານອີຢີບພິຈາລະນາການຍຸບເລີກຂະບວນການອ້າຍນ້ອງຊາວມຸດສະລີມ - ảnh 1
ການໃຊ້ຄວາມຮຸນແຮງຢູ່ອີບຢີບ
ພາບ:internet



(vovworld)-ວັນ​ທີ 17/8, ​ໂຄສົກ​ລັດຖະບານ ອີ​ຢີບ, ທ່ານ Sheif Shawky ​ໃຫ້​ຮູ້​ວ່າ: ທ່ານ​ນາຍົກລັດຖະມົນຕີຊົ່ວຄາວ Hazem el Beblawi ​ໄດ້​ສະ​ເຫ​ນີຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ຍຸບ​ເລີກ​ຂະ​ບວນການ​ອ້າຍ​ນ້ອງ​ຊາວມຸດສະລີມ(MB) ​ແລະ ບັນຫາ​ນີ້​ພວມ​ໄດ້​ຮັບ​ການ​ພິຈາລະນາ​ຈາກ​ລັດຖະບານ. ຕາມ​ທ່ານ Shawky ​ແລ້ວ,​ນາຍົກລັດຖະມົນຕີ Beblawi ​ໄດ້​ຮຽກຮ້ອງ​ກະຊວງ​ບັນດາ​ບັນຫາ​ສັງຄົມ ພິຈາລະນາ​ກອບ​ກົດໝາຍ​ຂອງ​ການ​ຍຸບ​ເລີກ MB. ຄຳ​ຖະ​ແຫລ​ງດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ໃນ​ສະພາບ​ການ​ປະ​ທະ​ກັນ​ໃຊ້​ຄວາມ​ຮຸ​ນ​ແຮງ​ໃນ​ເວລາ 24 ຊົ່ວ​ໂມງ​ຜ່ານ​ມາ ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນດາ​ຜູ້​ສະຫນັບສະຫນູນ​ປະທານາທິບໍດີ​ຖືກ​​ໂຄ່ນ​ລົ້ມ Mohamed Morsi ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ຫນ້ອຍ​ສຸດ 173 ຄົນ, ນຳຈຳນວນ​ຜູ້​ຖືກ​ເສຍ​ຊີວິດ​ນັບ​ແຕ່​ວັນ​ທີ 14/8 ຂຶ້ນ​ເຖິງ 750 ຄົນ.

ຂ່າວ/ບົດ​ອື່ນ