ລັດຖະບານອະພິປາຍກ່ຽວກັບການປະຕິບັດນະໂຍບາຍວ່າຕ້ານການໃຊ້ຄວາມຮຸນແຮງ, ທາລຸນເດັກ

ລັດຖະບານອະພິປາຍກ່ຽວກັບການປະຕິບັດນະໂຍບາຍວ່າຕ້ານການໃຊ້ຄວາມຮຸນແຮງ, ທາລຸນເດັກ - ảnh 1
ເດັກນ້ອຍມື້ນີ້, ໂລກພາຍພາກໜ້າ

(vovworld) - ຕອນ​ເຊົ້າ​ວັນ​ທີ  15/2, ຢູ່ ຮ່າ​ໂນ້ຍຄະນະ​ກຳມາທິການ​ວັດທະນະທຳ ສຶກສາ ຊາວ​ໜຸ່ມ ​ເຍົາ​ວະ​ຊົນ ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ວາລະ​ປະຊຸມ​ ​ເພື່ອ​ຮັບ​ຟັງ​ລັດຖະບານອະພິປາຍ​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ວ່າ​ດ້ວຍ​ຕ້ານການ​ໃຊ້​ຄວາມ​ຮຸນ​ແຮງ, ທາລຸນ​ເດັກ​ນ້ອຍ ​ໄລຍະ 2008 – 2010. ກ່າວ​ຄວາມ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢັ້ງຢືນ​ວ່າ, ການ​ປົກ​ປ້ອງ ​ແລະ ​ເບິ່ງ​ແຍງ, ສຶກສາ ​ເດັກນ້ອຍ ​ແມ່ນ​ພາລະກິດ​ອັນ​​ໃຫຍ່​ຫຼວງ, ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ພັກ, ລັດ ​ແລະ ປະຊາຊົນ ກໍ່​ຄື​ແຕ່​ລະ​ຄອບຄົວ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີວ່າ:

”​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ກໍລະນີ​ທາລຸນ​ເດັກ​ທີ່ຄົ້ນ​ພົບ ​ແລະ​ ແກ້​ໄຂ​ໄດ້​ແມ່ນ​ເກືອບ 3 ພັນ​ກໍລະນີ​ໃນ​ເວລາ 3 ປີ. ວາລະ​ປະຊຸມ​ນີ້ແມ່ນບໍ່ສາມາດແກ້ໄຂບັນຫາດັ່ງກ່າວຢ່າງເຖິງຖອງໄດ້, ແຕ່ພັດແມ່ນວາລະປະຊຸມເພື່ອໃຫ້ພວກ ເຮົາຕີລາຄາສະພາບການຢ່າງຖືກຕ້ອງ, ຊອກຫາສາເຫດ, ມາດຕະການແກ້ໄຂເພື່ອສືບຕໍ່ປະຕິບັດພາລະກິດ ອັນສູງສົ່ງນີ້ໃຫ້ດີ”

ທີ່ວາລະປະຊຸມ, ຜູ້ຕ່າງໜ້າກະຊວງສຶກສາ ແລະ ບຳລຸງສ້າງ, ວັດທະນະທຳກິລາ ແລະ ທ່ອງທ່ຽວ, ກະຊວງພາຍໃນ, ກະຊວງແຜນການ ແລະ ການລົງທຶນ ກໍ່ໄດ້ຕອບຄຳຖາມຂອງບັນດາສະມາຊິກໃນຄະນະກຳ ມາທິການກ່ຽວກັບຄວາມຮັບຜິດຊອບບົດບາດໜ້າທີ່ ເຊິ່ງໄດ້ຮັບມອບໝາຍ ໃນວຽກງານຕ້ານການໃຊ້ຄວາມ ຮຸນແຮງ ແລະ ທາລຸນເດັກ.

ຂ່າວ/ບົດ​ອື່ນ