ລັດຖະບານແລະແນວໂຮມປະເທດຊາດສົມທົບກັນປະຕິບັດການຫຼຸດຜ່ອນຄວາມທຸກຍາກ,ກໍ່ສ້າງຊົນນະບົດໃໝ່

ລັດຖະບານແລະແນວໂຮມປະເທດຊາດສົມທົບກັນປະຕິບັດການຫຼຸດຜ່ອນຄວາມທຸກຍາກ,ກໍ່ສ້າງຊົນນະບົດໃໝ່ - ảnh 1
(ພິ​ທີ​ລົງ​ນາມມະ​ຕິ)

(vovworld) - ​​ຕອນ​ບ່າຍ​ວັນ​ທີ 03/10, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ໄດ້​ດຳ​ເນີນ​ພິ​ທີ​ລົງ​ນາມ​ໃນມະ​ຕິລະ​ຫວ່າງ​ຂະ​ແໜງຂອງ​ລັດ​ຖະ​ບ​ານ​ກັບ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ກ່ຽວ​ກັບ​ການ​ສົມ​ທົບ​ກັນ​ປະ​ຕິ​ບັດ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍື​ນ​ຍົງ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ​ຕົວ​ເມືອງສີ​ວິ​ໄລ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ແລະ ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີ​ນ ພ້ອມ​ກັບ​ການ​ນຳ 2 ຂະ​ແໜງ​ພ້ອມ​ກັນ​ເຂົ້​າ​ຮ່ວມ​ພິ​ທີ​ລົງ​ນາມ.

        ຕາມ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ລົງ​ນາມ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ທຸກ​ຂັ້ນ ແລະ ບັນ​ດາ​ອົງ​ການ​ສະ​ມາ​ຊິກ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຈະ​ສົມ​ທົບ​ກັບບັນ​ດາ​ອົງ​ການ​ແຫ່ງ​ລັດ​ພ້ອມ​ກັບ​ຂົນ​ຂວາຍ, ຕິດ​ຕາມກວດກ​າ​ການ​ປະ​ຕິ​ບັດ​ວຽກ​ງານ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຕົວ​ເມືອງສີ​ວິ​ໄລ​. ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ, ອຳ​ນາດ​ການ​ປົກ​ຄອງ​ທ້ອ​ງ​ຖິ່ນ ຈະ​ສົມ​ທົບ​ກັນ ແລະ ຮັບ​ປະ​ກັນ​ບັນ​ດາ​ເງື່ອນ​ໄຂ​ເພື່ອ​ໃຫ້​ຄະ​ນະ​ກຳ​ມະ​ການ​ແນວ​ໂຮ​ມ​ປະ​ເທດ​ຊາດ​ຫວຽດ​ນາມ ​ຂັ້ນດຽວ​ກັນ ແລະ ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ​ຂອງ​ແນວ​ໂຮມ​ປະ​ຕິ​ບັດ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຕົວ​ເມືອງສີ​ວິ​ໄລ​.

        ການ​ສົມ​ທົບ​ກັນ​ຍັງແນ​ໃສ່​ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ, ບັນ​ດາ​ໂຄງ​ການ, ນະ​ໂຍ​ບາຍ​ຂ​ອງ​ລັດ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ​ເຖິງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຕົວ​ເມືອງສີ​ວິ​ໄລ​.

ຂ່າວ/ບົດ​ອື່ນ