ລັດຖະບານໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂເພື່ອໃຫ້ບັນດານັກວິທະຍາສາດ, ນັກປັນຍາຊົນເຂົ້າຮ່ວມໂຄງການວິທະຍາສາດ - ເຕັກໂນໂລຢີ

(VOVWORLD) -ຕອນເຊົ້າວັນທີ 19 ສິງຫາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະສັງສັນກັບຜູ້ເກັ່ງກ້າສາມາດກ່ວາ 100 ຄົນເປັນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ
ລັດຖະບານໃຫ້ຄຳໝັ້ນສັນຍາສ້າງທຸກເງື່ອນໄຂເພື່ອໃຫ້ບັນດານັກວິທະຍາສາດ, ນັກປັນຍາຊົນເຂົ້າຮ່ວມໂຄງການວິທະຍາສາດ - ເຕັກໂນໂລຢີ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ຊຶ່ງພວມເຂົ້າຮ່ວມບັນດາການເຄື່ອນໄຫວຂອງ “ໂຄງການຮ່ວມສຳພັນຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ” ໄດ້ດຳເນີນແຕ່ວັນທີ 18 – 24 ສິງຫາ ໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເປັນເຈົ້າພາບ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຈັດຕັ້ງຂຶ້ນ. ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງບັນດານັກປັນຍາຊົນໄດ້ຍົກອອກບັນດາຂໍ້ສະເໜີລະອຽດ, ແທດຈິງໃຫ້ ລັດຖະບານໃນສະພາວະການປະຕິວັດອຸດສາຫະກຳ 4.0.

        ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ພັກ, ລັດ, ລັດຖະບານຍາມໃດກໍ່ຮັບຟັງບັນດາຄຳຄິດເຫັນຢ່າງສຸດຈິດສຸດໃຈ ໃນນັ້ນມີຄຳຄິດເຫັນຂອງບັນດານັກປັນຍາຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຜ່ານນັ້ນ ອາດຈະຍົກອອກໄດ້ນະໂຍບາຍໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບັນດານັກປັນຍາຊົນໄດ້ສະເໜີແນວຄວາມຄິດກ່ຽວກັບການຮ່ວມສຳພັນທັງບັນດານັກວິທະຍາສາດ, ນັກຊ່ຽວຊານພາຍໃນ ແລະ ຕ່າງປະເທດ, ຈາກນັ້ນ ນຳບັນດາຄວາມຮູ້ໃໝ່ຂອງໂລກໝູນໃຊ້ຢູ່ພາຍໃນປະເທດ, ຊຸກຍູ້ຕາໜ່າງປ່ຽນແປງໃໝ່ປະດິດຄິດສິງ, ພ້ອມກັນຜັນຂະຫຍາຍຍຸດທະສາດວິທະຍາສາດເຕັກໂນໂລຢີ ຫວຽດນາມ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂເພື່ອໃຫ້ບັນດານັກວິທະຍາສາດ, ນັກປັນຍາຊົນເຂົ້າຮ່ວມໂຄງການວິທະຍາສາດເຕັກໂນໂລຢີຢູ່ພາຍໃນປະເທດ, ເປັນຕົ້ນແມ່ນບັນດາຂໍ້ລິເລີ່ມໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ