ລັດ​ຖະ​ບານ​ໃໝ່ ອີ​ຣານ ຢ​ຶດ​ໝັ້ນ​​ຕໍ່ຫຼັກ​ໝັ້ນ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນິວ​ເຄ​ຼຍ

(VOVWORLD) -     ຫຼັກໝັ້ນຂອງ ອີຣານ ກ່ຽວກັບບັນຫາຂໍ້ຕົກລົງນິວເຄຼຍ ແລະ ການຍົກເລີກບັນດາມາດຕະການລົງໂທດ ຈະບໍ່ມີການປ່ຽນແປງ ພາຍຫຼັງການມອບໂອນສິດອຳນາດໃຫ້ແກ່ອຳນາດການປົກຄອງໃໝ່.
ລັດ​ຖະ​ບານ​ໃໝ່ ອີ​ຣານ ຢ​ຶດ​ໝັ້ນ​​ຕໍ່ຫຼັກ​ໝັ້ນ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນິວ​ເຄ​ຼຍ - ảnh 1ທ່ານ Saeed Khatibzadeh ໂຄສົກກະຊວງການຕ່າງປະເທດ ອີຣານ (ພາບ: IRNA/TTXVN)

ນີ້ແມ່ນຄຳຖະແຫຼງຂອງທ່ານ Saeed Khatibzadeh ໂຄສົກກະຊວງການຕ່າງປະເທດ ອີຣານ ໃນວັນທີ 06 ກໍລະກົດ. ທ່ານໂຄສົກ Khatibzadeh ຊີ້ແຈ້ງວ່າ ລັດຖະບານຂອງທ່ານປະທານາທິບໍດີຄົນໃໝ່ Ebrahim Raisi  ຈະສືບຕໍ່ຄວາມມານະພະຍາຍາມເພື່ອຂໍ້ຕົກລົງທີ່ມີຄວາມບົ່ມຊ້ອນນີ້ ຍ້ອນວ່າ ການເຄົາລົບບັນດາພັນທະ ແລະ ຄຳໝັ້ນສັນຍາ ຍາມໃດກໍແມ່ນຫຼັກການຂອງ ເຕເຮຣານ. ທ່ານ Khatibzadeh ໃຫ້ຮູ້ວ່າ ໃນການເຈລະຈານິວເຄຼຍຄັ້ງຕ່າງໆຢູ່ ວຽນ (ໂອຕາລິດ) ບັນລຸໄດ້ຄວາມຄືບໜ້າ ແລະ ສິ່ງດັ່ງກ່າວ ໄດ້ຮັບການຮັບຮອງຈາກບັນດາຝ່າຍທີ່ເຂົ້າຮ່ວມການເຈລະຈາ. ເຖິງຢ່າງໃດກໍຕາມ, ທ່ານກໍເນັ້ນໜັກວ່າ ຍັງມີບັນດາບັນຫາເຊິ່ງບັນດາຝ່າຍຕ້ອງຕົກລົງກັນ.

        ການຜັນແປຫຼ້າສຸດກ່ຽວຂ້ອງເຖິງບັນຫານິວເຄຼຍ ອີຣານ, ວັນທີ 06 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ແຈ້ງໃຫ້ຊາບວ່າ ອີຣານ ມີເຈດຈຳນົງເສີມທາດຢູລານຽມຂຶ້ນລະດັບ 20% ດ້ວຍຈຸດປະສົງຜະລິດເປັນເຊື້ອເພີໄຟແກ່ເຕົາແຍກປະລະມານູຮັບໃຊ້ການຄົ້ນຄວ້າ.

        ຫຼັງຈາກນັ້ນໃນທັນທີ, ອາເມລິກາ ແລະ ບັນດາປະເທດມະຫາອຳນາດໃນເອີຣົບ ໄດ້ພ້ອມກັນສະແດງຄວາມຜິດຫວັງຕໍ່ການກະທໍາຫຼ້າສຸດຂອງ ອີຣາຍ, ໂດຍຖືວ່າ ນີ້ແມ່ນການກະທຳກໍ່ຄວາມອັນຕະລາຍໃຫ້ແກ່ການເຈລະຈາຮອບຕ່າງໆຢູ່ ວຽນ.


ຕອບກັບ

ຂ່າວ/ບົດ​ອື່ນ