ລັດຖະບານໃໝ່ຂອງ ກຳປູເຈຍ ຖືເປັນສຳຄັນສ້າງການພົວພັນຍຸດທະສາດ, ມິດຕະພາບ, ສາມັກຄີຍາວນານກັບ ຫວຽດນາມ

(VOVWORLD) - ພາຍຫລັງຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ປະກາດໝາກຜົນແຫ່ງການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ຢ່າງເປັນທາງການ,
ລັດຖະບານໃໝ່ຂອງ ກຳປູເຈຍ ຖືເປັນສຳຄັນສ້າງການພົວພັນຍຸດທະສາດ, ມິດຕະພາບ, ສາມັກຄີຍາວນານກັບ ຫວຽດນາມ - ảnh 1 ທ່ານ Sok Eysan, ກຳມະການສູນກາງພັກ ທັງເປັນໂຄສົກພັກປະຊາຊົນ ກຳປູເຈຍ (CPP)

ນັກຂ່າວ VOV ປະຈຳ ກຳປູເຈຍ ໄດ້ມີການສຳພາດທ່ານ Sok Eysan, ກຳມະການສູນກາງພັກ ທັງເປັນໂຄສົກພັກປະຊາຊົນ ກຳປູເຈຍ (CPP). ເມື່ອແລກປ່ຽນກ່ຽວກັບການພົວພັນ ຫວຽດນາມ - ກຳ ປູເຈຍ, ທ່ານ Sok Eysan ຢືນຢັນວ່າ:

        “ການພົວພັນ ກຳປູເຈຍ - ຫວຽດນາມ ແມ່ນການພົວພັນທີ່ເປັນມູນເຊື້ອ, ສະໜິດແໜ້ນດົນນານ, ຜ່ານບັນດາໄລຍະປະຫວັດສາດຫຍຸ້ງຍາກ, ລຳບາກກາກກຳ. ພິເສດ ມີອິດທິກຳລັງເປັນປໍລະປັກຈຳນວນໜຶ່ງ ເຄີຍເສິກສັນປັ້ນແຕ່ງທຳລາຍການພົວພັນລະຫວ່າງ 2 ປະເທດ, ແຕ່ບັນດາກົນອຸບາຍທັງໝົດນັ້ນ ລ້ວນແຕ່ຖືກປະລາໄຊ. ສະນັ້ນ, ການພົວພັນລະຫວ່າງ ກຳປູເຈຍ - ຫວຽດນາມ ແມ່ນການພົວພັນແບບພິເສດ, ສາມັກຄີ, ມິດຕະພາບຍຸດທະສາດ, ແມ່ນການພົວພັນຖານບ້ານໃກ້ເຮືອນຄຽງ, ອ້າຍນ້ອງເຊື່ອໝັ້ນເຊິ່ງກັນ ແລະ ກັນ, ພ້ອມກັນຮ່ວມສຸກຮ່ວມທຸກ. ສິ່ງດັ່ງກ່າວທັງໝົດນີ້ ແນໃສ່ຈຸດປະສົງນຳການພົວພັນ 2 ປະເທດນັບມື້ນັບພັດທະນາ, ຍິ່ງໃກ້ຊິດຕິດແທດເຂົ້າກັນ, ບໍ່ມີອິດທິກຳລັງໃດ ສາມາດຕັດແຍກ 2 ປະເທດອອກຈາກກັນໄດ້. ທັດສະນະຂອງພັກປະຊາຊົນ ກຳປູເຈຍ ແມ່ນຍາມໃດກໍ່ປັບປຸງ ແລະ ຊຸກຍູ້ການຳພົວພັນລະຫວ່າງ 2 ປະເທດ ກຳປູເຈຍ ແລະ ຫວຽດນາມ ນັບມື້ນັບພັດທະນາ, ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ