ລັດຖະບານໃໝ່ຂອງອຳນາດການປົກຄອງ ປາແລດສະຕິນ ສາບານຕົວເຂົ້າຮັບດຳລົງຕຳແໜ່ງ

(VOVWORLD) - ກ່າວຄຳເຫັນທີ່ພິທີສະເໜີຕົວ, ທ່ານ Mohammed Mustafa ຖະແຫຼງວ່າບຸລິມະສິດສູງສຸດຂອງລັດຖະບານຈະແມ່ນການຢຸດຕິສົງຄາມ, ພ້ອມທັງ “ຈະມານະພະຍາຍາມສ້າງບັນດາວິໄສທັດ ເພື່ອແນໃສ່ເປັນເອກະພາບກ່ຽວກັບໂຄງປະກອບການຈັດຕັ້ງ, ລວມມີທັງຄວາມຮັບຜິດຊອບຢູ່ເຂດ ກາຊາ”.
ລັດຖະບານໃໝ່ຂອງອຳນາດການປົກຄອງ ປາແລດສະຕິນ ສາບານຕົວເຂົ້າຮັບດຳລົງຕຳແໜ່ງ - ảnh 1ປະທານາທິບໍດີ ປາແລດສະຕິນ Mahmoud Abbas (ເບື້ອງຊ້າຍ) ມອບໃບແຕ່ງຕັ້ງໃຫ້ທ່ານ Mohammed Mustafa ໃນວັນທີ 14/3/2024.
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 31 ມີນາ, ລັດຖະບານຂອງອຳນາດການປົກຄອງ ປາແລດສະຕິນ (PA) ໂດຍທ່ານນາຍົກລັດຖະມົນຕີ Mohammed Mustafa ນຳໜ້າ, ໄດ້ເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງ, ກັບບັນດາສະມາຊິກເຊິ່ງລວມມີຜູ້ຕາງໜ້າຂອງເຂດ ກາຊາ ແລະ ແມ່ຍິງ.

        ກ່າວຄຳເຫັນທີ່ພິທີສະເໜີຕົວ, ທ່ານ Mohammed Mustafa ຖະແຫຼງວ່າບຸລິມະສິດສູງສຸດຂອງລັດຖະບານຈະແມ່ນການຢຸດຕິສົງຄາມ, ພ້ອມທັງ “ຈະມານະພະຍາຍາມສ້າງບັນດາວິໄສທັດ ເພື່ອແນໃສ່ເປັນເອກະພາບກ່ຽວກັບໂຄງປະກອບການຈັດຕັ້ງ, ລວມມີທັງຄວາມຮັບຜິດຊອບຢູ່ເຂດ ກາຊາ”.

        ກ່ອນໜ້ານັ້ນ, ວັນທີ 28 ມີນາ, PA ທີ່ປະກາດສ້າງຕັ້ງຄະນະລັດຖະບານໃໝ່ ລວມມີ: ລັດຖະມົນຕີ 23 ທ່ານ, ໃນນັ້ນມີແມ່ຍິງ 3 ທ່ານ ແລະ ຊາວ ປາແລດສະຕິນ ຢູ່ເຂດກາຊາ 6 ທ່ານ. ທ່ານປະທານາທິບໍດີ Mahmoud Abbas ໄດ້ແຕ່ງຕັ້ງທ່ານ Mustafa ເປັນນາຍົກລັດຖະມົນຕີ ໃນສະພາບການທີ່ປະຊາຄົມສາກົນເພີ່ມຄວາມກົດດັນສຳລັບ PA ໃນບັນຫາປະຕິຮູບ.

ຕອບກັບ

ຂ່າວ/ບົດ​ອື່ນ