ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ​ຢ້ຽມ​ຢາມ ອາ​ຣັບ​ບິ ຊະ​ອຸ​ດິ ຄັ້ງ​ທຳ​ອິດ​ຢ່າງ​ເປີ​ດ​ເຜີຍ

(VOVWORLD) - ວັນທີ 26 ກັນຍາ, ທ່ານລັດຖະມົນຕີກະຊວງທ່ອງທ່ຽວ ອິດສະຣາແອັນ Haim Katz ໄດ້ໄປຍັງ ອາຣັບບິ ຊະອຸດິ.
ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ​ຢ້ຽມ​ຢາມ ອາ​ຣັບ​ບິ ຊະ​ອຸ​ດິ ຄັ້ງ​ທຳ​ອິດ​ຢ່າງ​ເປີ​ດ​ເຜີຍ - ảnh 1ທ່ານລັດຖະມົນຕີກະຊວງທ່ອງທ່ຽວ ອິດສະຣາແອັນ Haim Katz (ພາບ:  ITN)

ນີ້ເປັນການຢ້ຽມຢາມ ອາຣັບບິ ຊະອຸດິ ແບບເປີດເຜີຍເປັນຄັ້ງທຳອິດ, ໃນສະພາບການສອງປະເທດພວມດຳເນີນການເຈລະຈາເພື່ອຮັບປະກັນການພົວພັນສອງຝ່າຍ. ການຢ້ຽມຢາມດັ່ງກ່າວ ມີລັກສະນະເປັນບາດລ້ຽວ ເຊິ່ງໄດ້ດຳເນີນໃນຂະນະທີ່ Riyadh ສົ່ງຄະນະຜູ້ແທນທຳອິດ ໄປຍັງເຂດຝັງຕາເວັນຕົກແມ່ນ້ຳຈໍແດນ ທີ່ຖືກປິດລ້ອມພາຍຫຼັງ 3 ທົດສະວັດ.

        ໃນຖະແຫຼງການສະບັບ 1 , ກະຊວງທ່ອງທ່ຽວ ອິດສະຣາແອັນ ໃຫ້ຮູ້ວ່າ ທ່ານ Katz ເປັນລັດຖະມົນຕີ ອິດສະຣາແອັນ ຄົນທຳອິດທີ່ນຳພາຄະນະຜູ້ແທນມາຢ້ຽມຢາມ ອາຣັບບິ ຊະອຸດິ, ພ້ອມທັງຢັ້ງຢືນວ່າ ເຈົ້າໜ້າທີ່ຄົນນີ້ ຈະເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງວັນທ່ອງທ່ຽວໂລກຂອງ ສປຊ ຢູ່ Riyadh. ໃນສອງວັນຢູ່ຢ້ຽມຢາມ, ທ່ານ Katz ຈະມີການພົບປະກັບບັນດາ “ຄູ່ຕຳແໜ່ງ”, ແຕ່ບໍ່ໄດ້ເຜີຍລະອຽດວ່າປະເທດໃດຈະມີຜູ້ແທນເຂົ້າຮ່ວມ.

        ອາຣັບບິ ຊະອຸດິ ແລະ ອິດສະຣາແອັນ ພວມມານະພະຍາຍາມດຳເນີນບັນດາການເຄື່ອນໄຫວການທູດ ແນໃສ່ບັນລຸໄດ້ສັນຍາຫັນການພົວພັນລະຫວ່າງສອງປະເທດເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ