ລັດຖະມົນຕີ ໂງຊວນລີກ ຕ້ອນຮັບ ແລະ ເຈລະຈາກັບຄະນະຜູ້ແທນການທະຫານຂັ້ນສູງກະຊວງປ້ອງກັນປະເທດອີນເດຍ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຄະນະຜູ້ແທນການທະຫານຂັ້ນສູງແຫ່ງ ສາທາລະນະລັດອິນເດຍ ໂດຍທ່ານນາງ Nirtharaman, ລັດຖະມົນຕີ ກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 12 ຫາ 16 ມິຖຸນາ 2018.
ລັດຖະມົນຕີ ໂງຊວນລີກ ຕ້ອນຮັບ ແລະ ເຈລະຈາກັບຄະນະຜູ້ແທນການທະຫານຂັ້ນສູງກະຊວງປ້ອງກັນປະເທດອີນເດຍ - ảnh 1ການເຈລະຈາ ລະຫວ່າງຄະນະຜູ້ແທນການທະຫານຂັ້ນສູງຫວຽນາມ ແລະອິນເດຍ

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາໃນໂລກ ແລະພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຕີລາຄາໝາກຜົນແຫ່ງການຮ່ວມມືດ້ານການປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ ແລະເປັນເອກະພາບທາງດ້ານທິດທາງ, ມາດຕະການຊຸກຍູ້ການພົວພັນທາງດ້ານການປ້ອງກັນຊາດໃນໄລຍະຈະມາເຖິງ. ໃນນັ້ນ, ລັດຖະມົນຕີສອງທ່ານ ໄດ້ເນັ້ນໜັກເຖິງເລື່ອງສືບຕໍ່ຮັກສາບັນດາກົນໄກຮ່ວມມືທີ່ພວມມີຢູ່ແລ້ວ ຄື ການສົນທະນາກ່ຽວກັບນະໂຍບາຍທາງດ້ານການປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ປະຊຸມກຸ່ມຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ປຶກສາຫາລືລະຫວ່າງນາຍທະຫານ 03 ເຫຼົ່າທັບ (ກອງທັບເຮືອ, ກອງທັບບົກ ແລະ ກອງທັບອາກາດ); ສຸມໃສ່ປຶກສາຫາລືກ່ຽວກັບບັນດາຂົງເຂດຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ, ຮ່ວມມືບໍາລຸງສ້າງພະນັກງານ, ອຸດສາຫະກຳປ້ອງກັນຊາດ, ຄົ້ນຄວ້າຍຸດທະສາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ