ລັດຖ​ະມົນຕີກະຊວງ ປ້ອງກັນປະເທດລາວເຄື່ອນ​ໄຫວຢ້ຽມຢາມຫວຽດນາມ

ລັດຖ​ະມົນຕີກະຊວງ ປ້ອງກັນປະເທດລາວເຄື່ອນ​ໄຫວຢ້ຽມຢາມຫວຽດນາມ - ảnh 1
ຄະນະ​ພະນັກງານ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ
​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ພົນ​ລະ​ພາກ​ຫຼວງ
(ພາບ:qdnd.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 19/09, ພົນ​ໂທ ​ແສງ​ນວນ ​ໄຊ​ຍະ​ລາດ, ​ເລຂາ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສປປ ລາວ, ນຳ​ໜ້າ​ຄະນະ​ພະນັກງານ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ມາ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ພົນ​ລະ​ພາກ​ຫຼວງ 15.

        ຕາງໜ້າ​ໃຫ້​ກອງ​ບັນຊາ​ການພົນ​ລະ​ພາກ​ຫຼວງ 15, ພົນ​ຈັດຕະວາ ດັ້ງ​​ແອ​ງຢຸງ, ຜູ້​ບັນຊາ​ການພົນ​ລະ​ພາກ​ຫຼວງ 15 ​ໄດ້​ຊົມ​ເຊີຍ​ຄະນະ​ພະນັກງານ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ທີ່​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ພົນ​ລະ​ພາກ​ຫຼວງ, ຢືນຢັນ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດຕະພາບ, ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ກອງທັບ 2 ປະ​ເທດ​ເວົ້າ​ລວມ ​ແລະ ພົນ​ລະ​ພາກ​ຫຼວງ 15 ​ເວົ້າ​ສະ​ເພາະ. ພົນ​ຈັດຕະວາ ດັ້ງ​​ແອ​ງຢຸງ ​ໄດ້​ແລກປ່ຽນ​ກ່ຽວກັບບາງ​ໝາກຜົນການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ຂອງພົນ​ລະ​ພາກ​ຫຼວງ 15 ​ຈຳນວນ​ໜຶ່ງໃນ​ໄລຍະ​ຜ່ານ​ມາ. ລະອຽດ​ແມ່ນ​ຢູ່​ລາວ, ພົນ​ລະ​ພາກ​ຫຼວງ 15 ​ໄດ້​ປູກ​ຢາງພາລາ​​ກວ່າ 1.700 ha, ​ໃຫ້​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ​ທ້ອງ​ຖິ່ນ​ນັບ​ຮ້ອຍ​ຄົນ, ມີ​ລາຍ​ຮັບ​ເປັນ​ປົກກະຕິ. ໜູນ​ຊ່ວຍ​ຈຳນວນ​ເງິນ​ນັບ​ຮ້ອຍ​ຕື້​ດົງ​ເພື່ອກໍ່ສ້າງ​ບັນດາ​ກຸ່ມບ້ານ​ພັດທະນາ​ເສດຖະກິດ, ອະນຸລັກ​ຮັກສາ​ວັດທະນະທຳ…

        ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງຄະນະ​ພະນັກງານ​ຂັ້ນ​ສູງ​ກອງທັບ​ປະຊາຊົນ​ລາວ ​ໄດ້​ປະກອບສ່ວນ​ປັບປຸງ ​ແລະ ເພີ່ມທະວີ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ, ປະຊາຊົນ ​ແລະ ກອງທັບ 2 ປະ​ເທດ​ຫວຽດນາມ ລາວ.

ຂ່າວ/ບົດ​ອື່ນ