ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຢ້ຽມຢາມພໍ່ແມ່ຊາວປະມົງແຂວງກວາງຫງ້າຍ

ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຢ້ຽມຢາມພໍ່ແມ່ຊາວປະມົງແຂວງກວາງຫງ້າຍ - ảnh 1
(ທ່ານ​ລັດຖະມົນຕີ ກາວ​ດຶກ​ຟາດ ກໍ່​ໄດ້​ມອບ 100 ລ້ານ​ດົງ ​ໃຫ້​ພໍ​່ແມ່​ຊາວ​ປະມົງ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 06/07, ທ່ານ​ລັດຖະມົນຕີ​ກະຊວງ​ກະ​ສິກຳ ​ແລະ ພັດທະ​ນາ​ຊົນນະບົດ ກາວ​ດຶກ​ຟາດ ​ໄດ້​ລົງ​ຕາ​ແສງ ບິ່ງ​ເຈົາ, ​ເມືອງ ບິ່ງ​ເຊີນ ​ເພື່ອ​ພົບ​ປະ, ​ໂອ້​ລົມ​ກັບ​ພໍ​່ແມ່​ຊາວ​ປະມົງ​ທີ່ເຂົ້າ​ຮ່ວມ​ການ​ຫາ​ປາ​ໃນ​ເຂດ​ທະ​​ເລ​ຮ່ວາງ​ຊາ​ຂອງ​ຫວຽດນາມ. ທ່ານ​ລັດຖະມົນຕີ ກາວ​ດຶກ​ຟາດ ​ໃຫ້​ຮູ້​ວ່າ, ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ລັດຖະບານ​ຈະ​ມີ​ໂຄງການ​ສະໜອງ​ບ້ວງ​ສິ້ນ​ເຊື່ອ​ດ້ວຍ​ດອກ​ເບ້ຍ​ 1%/ປີ ​ເພື່ອ​ຊ່ວຍ​ຊາວ​ປະມົງ​ຕໍ່​ກຳ​ປັ່ນ​ຫຸ້ມ​ເຫຼັກ​ເພື່ອ​ຫາ​ປາ​ຢູ່​ໄກ່​ຝັ່ງ. ສຳລັບ​ກຳ​ປັ່ນ​​ເຮັດ​ດ້ວຍ​ໃມ້, ຊາວ​ປະມົງ​ໄດ້​ກູ້​ຍື່ມທຶນ 70% ມູນ​ຄ່າ​ກຳ​ປັ່ນ, ດ້ວຍດອກ​ເບ້ຍ 3%/ປີ ​ໃນ​ໄລ​ຍະ 11 ປີ, ​ໃນ​ນັ້ນ​ປີ​ທຳ​ອິດ​ບໍ່​ເສຍ​ດອກ​ເບ້ຍ… ທ່ານ​ລັດຖະມົນຕີ ກາວ​ດຶກ​ຟາດ ຊີ້​ແຈ້ງວ່າ ​ໂຄງການ​ບ້ວງ​ສິ້ນ​ເຊື່ອ​ຄັ້ງ​ນີ້​ຈະ​​ໜູນ​ຊ່ວຍ​ຊາວ​ປະມົງ​​ໂດຍ​ກົງ ​ແລະ ຊາວ​ປະ​ມົງມີ​ສິດ​ເລືອກ​ຮູບ​ແບບ, ອຸປະກອນຕໍ່​ກຳ​ປັ່ນ.

        “ພວກ​ຂ້າພະ​ເຈົ້າ​ກຳນົດວ່າ​ນີ້​ແມ່ນ​ການໜູນ​ຊ່ວຍ​ຊາວ​ປະມົງ​ຕໍ່​ກຳ​ປັ່ນ​ຫຸ້ມ​ເຫຼັກ ​ເພື່ອ​ໃຫ້​ພໍ​່ແມ່​ປະຊາຊົນ​ທຳ​ມາ​ຫາ​ກິນ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ, ​ປະສິດທິ​ຜົນດ້ານ​ເສດຖະກິດ​ແມ່ນ​ປັດ​ໃຈ​ຕັດສິນ, ມີ​ປະສິດທິ​ຜົນ ພໍ​່ແມ່​ປະຊາຊົນ​ຈຶ່ງ​ຕິດ​ພັນ​ກັບ​ທະ​ເລ ​ແລະ ​ເຂົ້າ​ຮ່ວມການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ໄດ້ ສະ​ນັ້ນ​ປະສິດທິ​ຜົນ​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ. ​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານ​ແມ່ນ​ໜູນ​ຊ່ວຍ​ພໍ່​ແມ່​ປະຊາຊົນ​​ໃນລະດັບ​ສູງ​ສຸດ. ກ່ຽວ​ກັບ​ເງິນຕາ, ສິ້ນ​ເຊື່ອ ກໍ່​ຄື​ງົບປະມານ​ເພື່ອ​ປະຕິບັດ​ນະ​ໂຍບາຍ​ນີ້​​ແມ່ນໄດ້​ມີຢູ່​ແລ້ວ”.

        ​ເນື່ອ​ງໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ ກາວ​ດຶກ​ຟາດ ກໍ່​ໄດ້​ມອບ 100 ລ້ານ​ດົງ ​ໃຫ້​ພໍ​່ແມ່​ຊາວ​ປະມົງ, ບັນດາ​ໜ່ວຍ​ສາມັກຄີ ​ແລະ ຄະນະ​ຮ່ວມ​ອາຊີບຫາ​ປາ​ຕາ​ແສງ ບິ່ງ​ເຈົາ, ​ເມືອງ​ບິ່ງ​ເຊີນ.

ຂ່າວ/ບົດ​ອື່ນ