ລັດຖະມົນຕີກະຊວງການເງິນ ດິງຕ້ຽນຢຸງ ຕອບຄຳຊັກຖາມ

ລັດຖະມົນຕີກະຊວງການເງິນ ດິງຕ້ຽນຢຸງ ຕອບຄຳຊັກຖາມ - ảnh 1
ທ່ານລັດຖະມົນຕີກະຊວງການເງິນ ດິງຕ້ຽນຢຸງ ຕອບຄຳຊັກຖາມ
(ພາບ: nguoidaibieu)

(vovworld)- ຕອນ​ບ່າຍ​ວັນ​ທີ 10/6, ສະພາແຫ່ງຊາດໄດ້ເລີ່ມດຳເນີນການ ຊັກຖາມບັນດາ​ສະມາຊິກ​ລັດຖະບານ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ດ້ວຍ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານລັດຖະມົນຕີ​ກະຊວງ​ການ​ເງິນ ດິງຕ້ຽນຢຸງ.

    ກ່ຽວຂ້ອງ​ເຖິງ​ບັນຫາ​ໜີ້ສາທາລະນະ, ທ່ານລັດຖະມົນຕີ​ກະຊວງ​ການ​ເງິນ ດິງຕ້ຽນຢຸງໃຫ້ຮູ້ວ່າ ໃນຊຸມປີມໍ່ໆມານີ້, ບັນຫາ​ໜີ້ສາທາລະນະມີແນວໂນ້ມ ເພີ່ມຂຶ້ນ, ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໜີ້ສາທາລະນະຍັງ​ຄົງ​ນອນ​ຢູ່​ໃນ​ຂອບ​ເຂດ​ທີ່​ປອດ​ໄພ, ຕ່ຳ​ກ່ວາ​ຄາດໝາຍ​ທີ່​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ອະນຸມັດ​ຜ່ານ. ທ່ານລັດຖະມົນຕີ​ກະຊວງ​ການ​ເງິນ ດິງຕ້ຽນຢຸງ ກ່າວ​ວ່າ :

   “ ກ່ຽວ​ກັບ​ຄາດໝາຍ​ໜີ້ສາທາລະນະ/GDP, ອັນ​ຕາ​ສ່ວນ​ນີ້​ປ່ຽນ​ແປງ​ບໍ່​ຫຼາຍ​ຜ່ານ​​ໄລຍະ​ຕ່າງໆ. ປີ 2013 ​ແມ່ນ 53,4%. ອັດຕາ​ສ່ວນ​ນີ້ນອນ​ຢູ່​ໃນ​ຂອບ​ເຂດ​ທີ່​ສະພາ​ແຫ່ງ​ຊາດອະນຸຍາດ (65%); ສະ​ເພາະ​ບ້ວງໜີ້ລັດຖະບານ​ແມ່ນ 41,5%, ກໍ​ຕ່ຳ​ກວ່າ​ຄາດໝາຍ 55% ຊຶ່ງສະພາ​ແຫ່ງ​ຊາດ​ອະນຸຍາດ. ພວກ​ຂ້າພະ​ເຈົ​້າຖື​ວ່າ ​ພ້ອມ​ກັບການ​ເຕີບ​ໂຕ GDP ​ໃນ​ລະດັບ​ປານ​ກາງ​ໃນ​ປີໜ້າ ພ້ອມ​ກັບ​ການ​ຄວບ​ຄຸ​ມ​ໄພລັກສະນະ​ຍືນ​ຍົງ​ຂອງ​ພື້ນຖານ​ເສດຖະກິດ​ຢ່າງ​ແໜ້ນ​ແຟ້ນນັ້ນ,  ຄວາມ​ສາມາດ​ຊຳລະ​ໜີ້ຈະ​ໄດ້​ຮັບ​ການ​ຮັກສາ​ໄວ້ ”

  ​ເມື່ອ​ເຕື້ອງ​​ເຖິງ​ການ​ຫຼຸດຜ່ອນ​ສະພາບ​ລາຍ​ຈາ​ຍງົບປະມາ​ນ​ເກີນ​ດູ​ນຕາມ​ແຜນການ, ທ່ານລັດຖະມົນຕີ​ກະຊວງ​ການ​ເງິນ ດິງຕ້ຽນຢຸງ ​ໃຫ້​ຮູ້​ວ່າ :

   “ ຈຸດໝາຍ​ທີ່​ໄດ້​ວາງ​ອອກ​ແມ່ນ​ລາຍ​ຈາ​ຍງົບປະມາ​ນ​ເກີນ​ດູ​ນ 4,5%​ໃນ​ປີ 2015 ​ແລະ ຮອດ​ປີ 2020 ​ແມ່ນ​ປະມານ 4%. ​ແຕ່​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ເສດຖະກິດ​ປະສົບ​ຄວາມ​ຫຍຸ້ງຍາກ, ຄວາມ​ຕ້ອງການ​ໃຊ້​ຈາ​ຍ​ແມ່ນ​ສູງ​ທີ່​ສຸດ, ບວກ​ກັບ​ຄວາມ​ສາມາດ​ລະດົມ​ເງິນ​ຈາກ​ງົບປະມານ​ແມ່ນ​ຫຍຸ້ງຍາກ. ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ, ຕ້ອງ​ສືບ​ຕໍ່​ຮັດ​ແໜ້ນ​ການ​ໃຊ້​ຈາ​ຍ​ເພື່ອ​ສະຫງວນ​ເງິນ​ທຶນ​ຮັບ​ໃຊ້​ການ​ລົງທຶນ​ພັດທະນາ, ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ຕອບ​ສະໜອງ​ດ້ານ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ສະພາບ​ປະຈຸ​ບັນ ”

ຂ່າວ/ບົດ​ອື່ນ