ລັດຖະມົນຕີກະຊວງຊັບພະຍາກອນ ສິ່ງແວດລ້ອມສົນທະນາຜ່ານເຄື່ອຂ່າຍ ອີນເຕີແນດກັບປະຊາຊົນ

ລັດຖະມົນຕີກະຊວງຊັບພະຍາກອນ ສິ່ງແວດລ້ອມສົນທະນາຜ່ານເຄື່ອຂ່າຍ ອີນເຕີແນດກັບປະຊາຊົນ - ảnh 1
ທ່ານ Nguyen Minh Quang ​ໂອ້​ລົມ​ສົນທະນາໂດຍ​ກົງ​ຜ່ານ​ເຄື່ອ​ຂ່າຍ​ອີນ​ເຕີ​ແນດ
ກັບ​ປະຊາຊົນ
( ພາບ: tinmoi.vn )


( vovworld ) – ວັນ​ທີ 6/4, ທ່ານລັດຖະມົນຕີ​ກະຊວງ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ Nguyen Minh Quang ​ໄດ້​ມີ​ການ​ໂອ້​ລົມ​ສົນທະນາໂດຍ​ກົງ​ຜ່ານ​ເຄື່ອ​ຂ່າຍ​ອີນ​ເຕີ​ແນ​ດກັບ​ປະຊາຊົນຢູ່​ປະຕູ​ຖານ​ຂໍ້​ມູນ​ລັດຖະບານ. ການ​ເຈລະຈາ​ສຸມ​ໃສ່​​ບາງ​ບັນຫາ​ຕົ້ນ​ຕໍຄື ທີ່​ດິນ, ​ແຮ່ທາດ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ​ຍັງ​ມີ​ບັນດາ​ການ​ນຳ, ກົມ, ທະບວງ​ກົມສັງກັດ​ກະຊວງ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ປະຕິບັດ​ຄຳເຫັນ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ທີ່​ຮຽກຮ້ອງ​ໃຫ້​​ການ​ນຳບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ໂອ້​ລົມ​ສົນທະນາຜ່ານ​ເຄື່ອຂ່າ​ຍອີນ​ເຕີ​ແນ​ດຢູ່​ປະຕູ​ຖານ​ຂໍ້​ມູນ​ລັດຖະບານ ປະກອບສ່ວນ​ກຳນົດ​ທິດ​​ໃຫ້​ແກ່ຫາງ​ສຽງ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດ.

ຂ່າວ/ບົດ​ອື່ນ