ລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ຕ້ອນຮັບທ່ານຫົວໜ້າກົມໃຫຍ່ກະຊວງຕຳຫຼວດແຫ່ງ ອິດສະຣາແອັນ

(VOVWORLD) -ຕອນບ່າຍວັນທີ 03 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນໂທ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Moshe Edri ຫົວໜ້າກົມໃຫຍ່ກະຊວງຕຳຫຼວດແຫ່ງ ອິດສະຣາແອັນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ຕ້ອນຮັບທ່ານຫົວໜ້າກົມໃຫຍ່ກະຊວງຕຳຫຼວດແຫ່ງ ອິດສະຣາແອັນ - ảnh 1ທ່ານພົນໂທ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຕ້ອນຮັບທ່ານ Moshe Edri ຫົວໜ້າກົມໃຫຍ່ກະຊວງຕຳຫຼວດແຫ່ງ ອິດສະຣາແອັນ 

(ພາບ: cand.com.vn)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ປາດຖະໜາວ່າ ໃນໄລຍະຈະມາເຖິງ ສອງກະຊວງ ຈະສືບຕໍ່ຊຸກຍູ້ເປີດກວ້າງການພົວພັນຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນນັ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນໃນການປ້ອງກັນ, ຕ້ານອາດຊະຍາກຳ, ພິເສດແມ່ນອາດຊະຍາກຳຂ້າມຊາດ; ເປີດກວ້າງການຮ່ວມມືກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ປ້ອງກັນ, ຕ້ານອັກຄີໄພ, ກູ້ຊີບ,ກູ້ໄພ, ວຽກງານບຳລຸງ-ກໍ່ສ້າງ ພະນັກງານ, ວິທະຍາສາດເຕັກໂນໂລຢີ ແລະ ອື່ນໆ.

        ຕອນເຊົ້າຂອງວັນດຽວກັນ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນໂທ ຫງວຽນວັນແທ່ງ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນຫົວໜ້າຄະນະ ໄດ້ມີການພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດແຫ່ງ ອິດສະຣາແອັນ ໂດຍທ່ານ Moshe Edri ຫົວໜ້າກົມໃຫຍ່ກະຊວງຕຳຫຼວດແຫ່ງ ອິດສະຣາແອັນ ນຳໜ້າ.


ຕອບກັບ

ຂ່າວ/ບົດ​ອື່ນ