ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ກັບ​ຄູ່​​ຕຳ​ແໜ່ງ​ຕວັກ​ກີ ແລະ ອັງ​ກິດ

(VOVWORLD) -ໃນຖະແຫຼງການຂອງກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ: ສອງຝ່າຍປຶກສາຫາລືກ່ຽວກັບສະພາບການຢູ່ຢູແກຼນ. ລັດເຊຍໄດ້ສະແດງຄວາມວິຕົກກັງວົນຕໍ່ຄວາມສາມາດ ຢູແກຼນ ຈະນຳໃຊ້ ລະເບີດເປື້ອນ.
ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ກັບ​ຄູ່​​ຕຳ​ແໜ່ງ​ຕວັກ​ກີ ແລະ ອັງ​ກິດ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Sergei Shoigu ແລະ ຄູ່ຕຳແໜ່ງຕວັກກີ Hulusi Akar ມີການເຈລະຈາທາງໂທລະສັບ (ພາບ: apa)

ວັນທີ 23 ຕຸລາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Sergei Shoigu ແລະ ຄູ່ຕຳແໜ່ງຕວັກກີ Hulusi Akar ມີການເຈລະຈາທາງໂທລະສັບ. ໃນຖະແຫຼງການຂອງກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ: ສອງຝ່າຍປຶກສາຫາລືກ່ຽວກັບສະພາບການຢູ່ຢູແກຼນ. ລັດເຊຍໄດ້ສະແດງຄວາມວິຕົກກັງວົນຕໍ່ຄວາມສາມາດ ຢູແກຼນ ຈະນຳໃຊ້ ລະເບີດເປື້ອນ.

ແລະກໍ່ໃນວັນທີ 23 ຕຸລາ, ການນຳກະຊວງປ້ອງກັນປະເທດລັດເຊຍ ກໍ່ມີການເຈລະຈາທາງໂທລະສັບ ດ້ວຍເນື້ອໃນຄືກັນ ກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ Ben Wallace. ທ່ານ Sergei Shoigu ຍັງມີການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງຝລັ່ງ Sebastien Lecornu ກ່ຽວກັບສະພາບການຢູ່ຢູແກຼນ ແລະ ຄວາມສາມາດທີ່ Kiev ຈະນຳໃຊ້ “ລະເບີດເປື້ອນ”. ທີ່ການເຈລະຈາທາງໂທລະສັບ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Sebastien Lecornu ໄດ້ຢັ້ງຢືນຄືນໃໝ່ຄວາມຫວັງວ່າ ການປະທະກັນຈະໄດ້ຮັບການແກ້ໄຂໂດຍສັນຕິວິທີ. ທ່ານ Sebastien Lecornu ໃຫ້ຮູ້ວ່າ ໄດ້ຂຶ້ນແຜນການໂດຍໄວ ໃຫ້ແກ່ການເຈລະຈາກັບຄູ່ຕຳແໜ່ງຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ