ລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນໄດ້ລົງນາມໃນຖະແຫຼງການຮ່ວມ

ລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນໄດ້ລົງນາມໃນຖະແຫຼງການຮ່ວມ - ảnh 1
ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ລົງນາມໃນຖະແຫຼງການຮ່ວມ

​(vovworld) – ດ້ວຍ​ຫົວ​ຂໍ້​ວ່າ “​ສົ່ງເສີມການພົວພັນຮ່ວມມືວຽກງານປ້ອງກັນຊາດ ເພື່ອຄວາມເຂັ້ມແຂງຂອງປະຊາຄົມ ອາຊຽນ”, ກອງ​ປະຊຸມ​ລັດຖະມົນ​ຕີກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 10 (ADMM – 10) ​ໄດ້​ສິ້ນ​ສຸດ​ລົງ ​ແລະ ບັນລຸ​ຜົນສ​ຳ​ເລັດ​ໃນ​ຕອນ​ບ່າຍ​ວັນ​ທີ 25/5, ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ​ຢູ່​ນະຄອນຫຼວງ ວຽງ​ຈັນ, ປະ​ເທດ​ລາວ. ສິ້ນ​ສຸດ​ກອງ​ປະຊຸມ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຂອງ 10 ປະ​ເທດອາ​ຊຽນ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼງການ​ຮ່ວມ. ຖະ​ແຫຼ​ງການ​ຮ່ວມ​ຊີ້​​ແຈ້ງ​ວ່າ: ຈະ​ຢືດໝັ້ນ​ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ຈຸດປະສົງ ​ແລະ ຫຼັກການ​ຂອງ​ກົດ​ບັດ ອາ​ຊຽນ ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ຈຸດໝາຍ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ​ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້​ປະຊາຊົນ​ໄດ້​ດຳລົງ​ຊີວິດ​ໃນ​ສັນ​ຕິ​ພາບ​ຕາມຫຼັກ​ມູນຂອງ ອາ​ຊຽນ “ວິ​ໄສ​ທັດ​ໜຶ່ງ​ດຽວ, ສີສັນ​ໜຶ່ງ​ດຽວ, ປະຊາ​ຄົມ​ເອົາ​ໃຈ​ໃສ່ ​ແລະ ​ແບ່ງປັນ”, ຊົມ​ເຊີຍ​ເລື່ອງ​ຮັບຮອງ​ເອົາ​ຖະ​ແຫຼ​ງການ “ອາ​ຊຽນ 2025: ພ​​້ອມກັນ​ກ້າວ​ຂຶ້ນ​ຢ່າງ​ໝັ້ນຄົງ”, ພິ​ເສດ​ແມ່ນ​ວິ​ໄສ​ທັດ​ປະຊາ​ຄົມ​ການ​ເມືອງ - ຄວາມ​ໝັ້ນຄົງ 2025 ທີ່​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 27 ຢູ່ Kuala Lumpur, ປະ​ເທດ ມາ​ເລ​ເຊຍ, ວາງ​ອອກ​ກຳນົດ​ທິດ​ໃຫ້​ແກ່​ການຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດຢ່າງ​ແທດ​ຈິງ ​ແລະ ສ້າງ​ກຳລັງ​ຄວາມ​ສາມາດ​ລະຫວ່າງ​ກຳລັງ​ປ້ອງກັນຊາ​ດບັນດາ​ປະ​ເທດ ອາ​ຊຽນ ​ແລະ ບັນດາ​ປະ​ເທດຄູ່​ຮ່ວມ​ມື​ໃນ​ການ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ປະຈຸ​ບັນ ​ແລະ ອະນາຄົດ.
ຖະແຫຼງການຮ່ວມໄດ້ຢັ້ງຢືນຄືນຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ ສະຖຽນລະພາບກໍ່ຄືການຮັກສາ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກຕາມບັນດາຫຼັກການ ​​ໄດ້​ຮັບ​ການ​ຮັບຮອງ​ ຈາກ​ກົດໝາຍ​ສາກົນ, ລວມມີ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 . ການ​ ຮ່ວມ​ມື​ນຳ​ກັນ ​ເພື່ອ​ຕ້ານ​ຄືນ ລັດ​ທິກໍ່​ການ​ຮ້າຍ ດ້ວຍ​ທຸກ​ຮູບ​ການ ​ແລະ ປະກົດ​ການ​​ເຊິ່ງ ລວມມີການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຄື ​ແບ່​ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ສືບ​ລາດ​ຊະການ​ລັບ; ດຳ​ເນີນ​ບັນດາ​ບັ້ນ​ຮົບປະສົມ​ຢູ່​ບັນດາ​ສະຖານ​ທີ່​ຕ້ອງການ​ປະຕິບັດ, ​ແລະ ຍົກ​ສູງ​ປະສິດທິ​ຜົນ​ບັນດາ​ກົນ​ໄກ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ສ້າງ​ກຳລັງ​ຄວາມ​ສາມາດ.

        ຖະ​ແຫຼ​ງການ​ຊົມ​ເຊິີຍໝາກຜົນ​ສຳຄັນ​ຂອງ​ກອງ​ປະຊຸມ ADMM ຄັ້ງ​ທີ 10 ​ເຊິ່ງ​ໄດ້​ຈັດ​ຕັ້ງ​ຢູ່​ນະຄອນຫລວງ ວຽງ​ຈັນ ປະ​ເທດ ລາວ ດ້ວຍ​ຫົວ​ຂໍ້ “ສົ່ງເສີມການພົວພັນຮ່ວມມືວຽກງານປ້ອງກັນຊາດ ເພື່ອຄວາມເຂັ້ມແຂງຂອງປະຊາຄົມ ອາຊຽນ” ​ເພື່ອ​ແນ​ໃສ່​ປັບປຸງປະຊາ​ຄົມ​ສາມັກຄີ, ຍືນ​ຍົງ ​ແລະ ວັດທະນາ​ຖາວອນ; ຊ​ົ​ມ​ເຊີຍ ຟີ​ລີບ​ຟິນ ຮັບ​ດຳລົງ​ຕຳ​ແໜ່ງ​ເປັນ​ປະທານ ອາ​ຊຽນ, ປະທານ ADMM ຄັ້ງ​ທີ 11 ​ແລະ ADMM+ ຄັ້ງ​ທີ 4 ​ໃນ​ປີ 2017.

 

ຂ່າວ/ບົດ​ອື່ນ