ລັດຖະມົນຕີກະຊວງປ້ອງກັນປະເທດໂງຊວນລິກຕ້ອນຮັບປະທານຄະນະກຳມະການການທະຫານສະຫະພາບເອີລົບ

(VOVWORLD) -ຕອນເຊົ້າວັນທີ 5 ທັນວາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ

ລັດຖະມົນຕີກະຊວງປ້ອງກັນປະເທດໂງຊວນລິກຕ້ອນຮັບປະທານຄະນະກຳມະການການທະຫານສະຫະພາບເອີລົບ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດໂງຊວນລິກ

ຕ້ອນຮັບປະທານຄະນະກຳມະການການທະຫານສະຫະພາບເອີລົບ

(ພາບ: qdnd.vn)

ໃຫ້ການຕ້ອນຮັບຄະນະກຳມະການການທະຫານ ສະຫະພາບເອີລົບ (EU) ໂດຍ ທ່ານພົນເອກ Mikhail Kostarakos, ປະທານຄະນະກຳມະການການທະຫານ ສະຫະພາບເອີລົບ, ເປັນຫົວໜ້າຄະນະ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ: ຍາມໃດ ຫວຽດນາມ ກໍ່ຖື ອີຢູ ເປັນຄູ່ຮ່ວມມືສຳຄັນ ແລະ ປາຖະໜາຢາກພັດທະນາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ອີຢູ ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ເໝາະສົມກັບຄວາມສາມາດບົ່ມຊ້ອນດ້ານການພົວພັນລະຫວ່າງສອງຝ່າຍ. ທ່ານພົນເອກ Mikhail Kostarakos ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ການຮ່ວມມືບຳລຸງສ້າງພະນັກງານໃນບັນດາຂົງເຂດ: ຄວາມສະຫງົບທາງທະເລ, ປະກອບສ່ວນປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ, ແກ້ໄຂຜົນຮ້າຍຍ້ອນຫຼັງຈາກສົງຄາມ, ກູ້ຊ່ວຍໄພພິບັດ, ເສນາຮັກໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.

        ກ່ອນໜ້ານັ້ນ, ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນເອກ Mikhail Kostarakos, ປະທານຄະນະກຳມະການການທະຫານ ສະຫະພາບເອີລົບ, ໄດ້ເປັນປະທານຮ່ວມກອງປະຊຸມເຈລະຈາດ້ານການປ້ອງກັນຊາດສອງຝ່າຍ ຫວຽດນາມ - ອີຢູ. ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນຄະນະຜູ້ແທນປ້ອງກັນຊາດທຸກຂັ້ນ, ແບ່ງປັນ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢູ່ບັນດາການພົບປະ ແລະ ບັນດາເວທີປາໄສຫຼາຍຝ່າຍເຊິ່ງສອງຝ່າຍຕ່າງເຂົ້າຮ່ວມ. ພ້ອມທັງຄົ້ນຄວ້າສ້າງ ແລະ ປັບປຸງບັນດາຂອບເຂດ, ກົນໄກການຮ່ວມມືໃຫ້ສົມບູນແບບ; ໃນນັ້ນ, ເປີດກວ້າງການຮ່ວມມືບາງຂົງເຂດທີ່ສອງຝ່າຍມີຄວາມຕ້ອງການຄື: ບຳລຸງສ້າງ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ເສນາຮັກ, ໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດ, ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍພາຍຫຼັງສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ