ລັດຖະມົນຕີກະຊວງພະລັງງານ ບຸນກາຣີ: ບັນດາການເຈລະຈາກັບ Gazprom “ບໍ່ສາມາດຫຼີກລ້ຽງໄດ້”

(VOVWORLD) -ໃນສະພາບເກີດວິກິດການດ້ານອາຍແກັດພວມປະກົດຂຶ້ນກ່ອນລະດູໜາວນີ້, ບັນດາບໍລິສັດອຸດສາຫະກຳຂອງປະເທດນີ້ໄດ້ກະຕຸກຊຸກຍູ້ໃຫ້ລັດຖະບານຊົ່ວຄາວຂອງ ບຸນກາຣີ ເຈລະຈາກັບ Gazprom.
ລັດຖະມົນຕີກະຊວງພະລັງງານ ບຸນກາຣີ: ບັນດາການເຈລະຈາກັບ Gazprom “ບໍ່ສາມາດຫຼີກລ້ຽງໄດ້” - ảnh 1(ພາບປະກອບ: Reuters)

ວັນທີ 22 ສິງຫາ, ລັດຖະບານຊົ່ວຄາວ ບຸນກາຣີ ແຈ້ງໃຫ້ຊາບວ່າ ຈະຊອກຫາວິທີເຈລະຈາກັບບໍລິສັດພະລັງງານ Gazprom ຂອງ ລັດເຊຍ ເພື່ອເຊື່ອມຕໍ່ການເຄື່ອນໄຫວຂົນສົ່ງອາຍແກັດທຳມະຊາດກ່ອນລະດູໜາວທີ່ຈະມາເຖິງ. ບນຸກາຣີ ແມ່ນປະເທດເກືອບຄືວ່າຕ້ອງອີງໃສ່ດ້ານອາຍແກັດຂອງ ລັດເຊຍ ໂດຍສິ້ນເຊິ່ງ. ສັນຍາຂອງ ບຸນກາຣີ ກັບ Gazprom ຈະໝົດກຳນົດເວລາໃນທ້າຍປີ 2022, ເຖິງຢ່າງໃດກໍ່ຕາມ ໃນທ້າຍເດືອນ ເມສາ, Gazprom ຈະຢຸດຕິການຂົນສົ່ງອາຍແກັດໄປ ບຸນກາຣີ ພາຍຫຼັງທີ່ລັດຖະບານຊຸດຕໍ່ໄປຂອງປະເທດນີ້ ປະຕິເສດການຊຳລະດ້ວຍສະກຸນເງິນຣຸບໃຫ້ແກ່ສັນຍາຊື້ອາຍແກັດກັບ ລັດເຊຍ. ໃນສະພາບເກີດວິກິດການດ້ານອາຍແກັດພວມປະກົດຂຶ້ນກ່ອນລະດູໜາວນີ້, ບັນດາບໍລິສັດອຸດສາຫະກຳຂອງປະເທດນີ້ໄດ້ກະຕຸກຊຸກຍູ້ໃຫ້ລັດຖະບານຊົ່ວຄາວຂອງ ບຸນກາຣີ ເຈລະຈາກັບ Gazprom. ວັນທີ 22 ສິງຫາ, ທ່ານ Rosen Hristov, ຜູ້ຮັກສາການຊົ່ວຄາວລັດຖະມົນຕີກະຊວງພະລັງງານຂອງ ບຸນກາຣີ, ຢືນຢັນວ່າ ບັນດາການເຈລະຈາກັບ Gazprom ຈະແມ່ນວິທີການສຸດທ້າຍ ແລະ ປະເທດນີ້ພວມສຸມໃສ່ການເຊື່ອມຕໍ່ຄືນການຂົນສົ່ງອາຍແກັດຕາມສັນຍາໃນປະຈຸບັນຂອງ ບຸນກາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ