ລັດຖະມົນຕີການຕ່່າງປະເທດ ລັດເຊຍ ແລະ ຝລັ່ງ ເຫັນດີສືບຕໍ່ມານະພະຍາຍາມຮັກສາຂໍ້ຕົກລົງ JCPOA

(VOVWORLD) -   ວັນທີ 23 ກໍລະກົດ, ຕາມແຈ້ງການຂອງກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕໍາແໜ່ງ ຝລັ່ງ Jean – Yves Le Drian ໄດ້ມີການປຶກສາຫາລືຜ່ານທາງໂທລະສັບ ກ່ຽວກັບບັນດາບັນຫາສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ຕາມນັ້ນແລ້ວ, ນອກຈາກບັນດາບັນຫາກ່ຽວກັບການປ່ອນບັດເລືອກຕັ້ງສະພາແຫ່ງຊາດ ຢູແກຼນ ທີ່ຫາກໍດໍາເນີນ ແລະ ສະພາບການຢູ່ ລີບີ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ມານະພະຍາຍາມຮັກສາຂໍ້ຕົກລົງນິວເຄຼຍ ເຊິ່ງ ອີຣານ ໄດ້ລົງນາມເມື່ອປີ 2015 ກັບກຸ່ມ P5+1 (ເຊິ່ງລວມມີ 5 ປະເທດ ກໍາມະການປະຈໍາການສະພາຄວາມໝັ້ນຄົງ ສປຊ ແລະ ເຢຍລະມັນ), ຫຼືຍັງເອີ້ນວ່າ ແຜນການດໍາເນີນງານຮ່ວມຮອບດ້ານ (JCPOA), ກໍຄືບັນດາມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງທີ່ປິ່ນອ້ອມບັນຫານິວເຄຼຍຂອງປະເທດ ອິດສະລາມນີ້.

ຖະແຫຼງການໃນວັນດຽວກັນຂອງທ່ານ Helga Schmid ເລຂາທິການໃຫຍ່ຄະນະກໍາມະການພົວພັນຕ່າງປະເທດ ຂອງ ອີຢູ ໃຫ້ຮູ້ວ່າ ຜູ້ຕາງໜ້າ ອັງກິດ, ຝລັ່ງ, ເຢຍລະມັນ, ລັດເຊຍ ແລະ ຈີນ ຈະພົບປະກັບຜູ້ຕາງໜ້າ ອີຣານ ໃນວັນທີ 28 ກໍລະກົດ ຢູ່ ວຽນນາ, ປະເທດ ໂອຕາລິດ ເພື່ອປຶກສາຫາລືກ່ຽວກັບມາດຕະການກອບກູ້ເອົາຂໍ້ຕົກລົງ JCPOA. 

ຕອບກັບ

ຂ່າວ/ບົດ​ອື່ນ