ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທງ​ເຊີນ ຢ້ຽມ​ຢາມ ເຢຍ​ລະ​ມັນ​ ຢ່າງ​ເປັນ​ທາງ​ການ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາງ Annalena Baerbock ລັດຖະມົນຕີການຕ່າງປະເທດ ສາທາລະນະລັດ ສະຫະພັນ ເຢຍລະມັນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ຢ້ຽມຢາມ ເຢຍລະມັນ ຢ່າງເປັນທາງການແຕ່ວັນທີ 26 – 27 ກັນຍາ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທງ​ເຊີນ ຢ້ຽມ​ຢາມ ເຢຍ​ລະ​ມັນ​ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ໂອ້ລົມສົນທະນາກັບທ່ານນາງລັດຖະມົນຕີການຕ່າງປະເທດ ເຢຍລະມັນ (ພາບ:ກະຊວງການຕ່າງປະເທດ)

ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ໂອ້ລົມສົນທະນາກັບທ່ານນາງລັດຖະມົນຕີການຕ່າງປະເທດ, ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ, ປະທານສະພາສະຫະພັນ ເຢຍລະມັນ, ຜູ້ວ່າການລັດ Hesen…

        ທີ່ການພົບປະຄັ້ງຕ່າງໆ ລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ກັບການນຳ ເຢຍລະມັນ, ສອງຝ່າຍໄດ້ເຫັນດີຍູ້ແຮງການຮ່ວມມືໃນບັນດາຂົງເຂດໃໝ່ຄື ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານຜະລິດຄືນໃໝ່… ທ່ານປະທານາທິບໍດີເຢຍລະມັນ Frank – Walter Sterinmemier ແລະ ທ່ານປະທານສະພາສະຫະລັດ ເຢຍລະມັນ Bodo Ramelow ຖືວ່າ ສອງຝ່າຍຍັງມີກຳລັງບົ່ມຊ້ອນຫຼາຍຢ່າງ ເພື່ອຍູ້ແຮງການຮ່ວມມືກ່ຽວກັບດ້ານລົງທຶນ, ການຄ້າ ກໍຄື ໃນບັນດາຂົງເຂດ ເຊິ່ງ ເຢຍລະມັນ ມີທ່າແຮງຄື ວິທະຍາສາດ, ເຕັກໂນໂລຢີ, ປົກປັກຮັກສາສິ່ງແວດລ້ອມ…

        ເມື່ອປຶກສາຫາລືກ່ຽວກັບບາງບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍໄດ້ເຫັນດີສືບຕໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາອົງການຈັດຕັ້ງ ແລະ ເວທີປາໄສຫຼາຍຝ່າຍຢ່າງມີປະສິດທິຜົນ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍກໍໄດ້ແບ່ງປັນກ່ຽວກັບຫຼັກໝັ້ນຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ ແລະ ກົດບັດ ສປຊ, ໂດຍສະເພາະແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ຕອບກັບ

ຂ່າວ/ບົດ​ອື່ນ