ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Antony Blinken ເດີນ​ທາງ​ໄປ​ ອິດ​ສະ​ຣາ​ແອັນ ແລະ ຈໍ​ແດນ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຈະເດີນທາງໄປ ອິດສະຣາແອັນ ແລະ ຈໍແດນ ໃນວັນທີ 3 ພະຈິກ, ເພື່ອພົບປະກັບບັນດາການນຳຂອງລັດຖະບານ ອິດສະຣາແອັນ, ລວມທັງ ທ່ານນາຍົກລັດຖະມົນຕີ  Benjamin Netanyahu. 
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Antony Blinken ເດີນ​ທາງ​ໄປ​ ອິດ​ສະ​ຣາ​ແອັນ ແລະ ຈໍ​ແດນ - ảnh 1ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu (ເບື້ອງຂວາ) ໃນການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ພົບກັນຢູ່ Tel Aviv, ວັນທີ 12/10/2023  (ພາບ: THX/TTXVN)

ວັນທີ 1 ພະຈິກ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ Matthew Miller ແຈ້ງໃຫ້ຊາບວ່າ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຈະເດີນທາງໄປ ອິດສະຣາແອັນ ແລະ ຈໍແດນ ໃນວັນທີ 3 ພະຈິກ, ເພື່ອພົບປະກັບບັນດາການນຳຂອງລັດຖະບານ ອິດສະຣາແອັນ, ລວມທັງ ທ່ານນາຍົກລັດຖະມົນຕີ  Benjamin Netanyahu ເພື່ອແນໃສ່ອັບເດດກ່ຽວກັບບັນດາເປົ້າໝາຍການທະຫານຂອງປະເທດນີ້. ເມື່ອແລກປ່ຽນກັບວົງການນັກຂ່າວ, ທ່ານໂຄສົກ Miller ຊີ້ແຈ້ງວ່າ: “ທ່ານ Blinken ຈະຢ້ຳຄືນການສະໜັບສະໜູນຂອງ ອາເມລິກາ ຕໍ່ສິດປ້ອງກັນຕົວຂອງ ອິດສະຣາແອັນ ຕາມກົດໝາຍມະນຸດສະທຳສາກົນ, ເມື່ອປຶກສາຫາລືກ່ຽວກັບຄວາມຈຳເປັນຕ້ອງປະຕິບັດທຸກມາດຕະການປ້ອງກັນ, ສະກັດກັ້ນ ເພື່ອຫຼຸດຈຳນວນສາມັນຊົນທີ່ເສຍຊີວິດ ແລະ ຖືກບາດເຈັບ ກໍຄື ວຽກງານສະໜອງການຊ່ວຍເຫຼືອມະນຸດສະທຳຂອງ ພວກຂ້າພະເຈົ້າ”.

ຕອບກັບ

ຂ່າວ/ບົດ​ອື່ນ