ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ກັບ​ຄືນ ພາກ​ຕາ​ເວັນ​ອອ​ກາງ ເພື່ອ​ຊອກ​ຫາ​ວິ​ທີ​​ຢຸດ​ຕິ​ການ​ປະ​ທະ​ກັນ ລະ​ຫວ່າງ ຮາ​ມາດ ແລະ ອິດ​ສະ​ລາ​ແອັນ

(VOVWORLD) - ນີ້ແມ່ນການເດີນທາງໄປປະຕິບັດງານຄັ້ງທີ 4 ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຢູ່ ພາກພື້ນນີ້ ນັບແຕ່ເວລາເກີດການປະທະກັນ ເມື່ອຕົ້ນເດືອນຕຸລາ ປີ 2023.
ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ກັບ​ຄືນ ພາກ​ຕາ​ເວັນ​ອອ​ກາງ ເພື່ອ​ຊອກ​ຫາ​ວິ​ທີ​​ຢຸດ​ຕິ​ການ​ປະ​ທະ​ກັນ ລະ​ຫວ່າງ ຮາ​ມາດ ແລະ ອິດ​ສະ​ລາ​ແອັນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu (ພາບ:  AFP/TTXVN)

ວັນທີ 4 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ເລີ່ມຕົ້ນການປະຕິບັດງານຢູ່ພາກຕາເວັນອອກກາງເປັນເວລາ 1 ອາທິດຜ່ານມາ ເພື່ອຊອກຫາວິທີໄປແກ້ໄຂການປະທະກັນລະຫວ່າງຂະບວນການອິດມະສາມ ຮາມາດ ແລະ ອິດສະລາແອັນ ທີ່ແກ່ຍາວເປັນເວລາເກືອບ 3 ເດືອນຜ່ານມາ. ນີ້ແມ່ນການເດີນທາງໄປປະຕິບັດງານຄັ້ງທີ 4 ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຢູ່ ພາກພື້ນນີ້ ນັບແຕ່ເວລາເກີດການປະທະກັນ ເມື່ອຕົ້ນເດືອນຕຸລາ ປີ 2023.

ຕາມແຈ້ງການຂອງກະຊວງການຕ່າງປະເທດ ອາເມລິກາແລ້ວ, ໃນການເດີນທາງໄປປະຕິບັດງານຄັ້ງນີ້ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຈະປຶກສາຫາລື ແລະ ເນັ້ນໜັກເຖິງຄວາມສຳຄັນຂອງການປົກປ້ອງຊີວິດອິນຊີຂອງ ສາມັນຊົນ ຢູ່ ອິດສະລາແອັນ, ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ເຂດກາຊາ, ຮັບປະກັນການປ່ອຍຕົວປະກັນທັງໝົດທີ່ຍັງເຫຼືອ ແລະ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກໃຫ້ແກ່ການສະໜອງການໜູນຊ່ວຍມະນຸດສະທຳ, ເຊື່ອມຕໍ່ບັນດາການບໍລິການທີ່ຈຳເປັນ ຢູ່ ເຂດກາຊາ. ນອກຈາກນັ້ນ, ອາເມລິກາ ກໍ່ຈະປຶກສາຫລື ກ່ຽວກັບບັນດາກົນໄກຮີບດ່ວນ ເພື່ອແນໃສ່ສະກັດກັ້ນການໃຊ້ຄວາມຮຸນແຮງ, ຫຼຸດຜ່ອນຄວາມເຄັ່ງຕຶງ ໃນພາກພື້ນ, ໃນນັ້ນມີການສະກັດກັ້ນການບຸກໂຈມຕີຂອງກຳລັງ Houthi ທີ່ເລັ່ງໃສ່ບັນດາການເຄື່ອນໄຫວຂົນສົ່ງດ້ານການຄ້າ ຢູ່ ທະເລແດງ ແລະ ຫຼີກລ້ຽງການປະທະກັນເພີ່ມຂຶ້ນ ຢູ່ລີບັງ.

ຕອບກັບ

ຂ່າວ/ບົດ​ອື່ນ