ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຈະ​ຢ້ຽມ​ຢາມ ຈີນ ແຕ່​ວັນ​ທີ 18 – 19 ມິ​ຖຸ​ນາ

(VOVWORLD) - ລັດຖະມົນຕີການຕ່າງປະເທດ ອາເມລິກາ ທ່ານ Antony Blinken ຈະໄປຢ້ຽມຢາມປະເທດນີ້ ໃນລະຫວ່າງວັນທີ 18 – 19 ມິຖຸນາ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຈະ​ຢ້ຽມ​ຢາມ ຈີນ ແຕ່​ວັນ​ທີ 18 – 19 ມິ​ຖຸ​ນາ - ảnh 1ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ: AP)

ວັນທີ 14 ມິຖຸນາ, ກະຊວງການຕ່າງປະເທດ ຈີນ ໄດ້ອອກຖະແຫຼງການ ໂດຍໃຫ້ຮູ້ວ່າ ລັດຖະມົນຕີການຕ່າງປະເທດ ອາເມລິກາ ທ່ານ Antony Blinken ຈະໄປຢ້ຽມຢາມປະເທດນີ້ ໃນລະຫວ່າງວັນທີ 18 – 19 ມິຖຸນາ. ແຈ້ງການກ່ຽວກັບການຢ້ຽມຢາມ ທີ່ໄດ້ຍົກອອກມາ ພາຍຫຼັງທີ່ລັດຖະມົນຕີການຕ່າງປະເທດສອງປະເທດ ເຈລະຈາຜ່ານທາງໂທລະສັບໃນຕອນເຊົ້າຂອງວັນດຽວກັນ. ນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ສິນກາງ ໄດ້ເຮັດແຈ້ງຫຼັກການກ່ຽວກັບຄວາມວິຕົກກັງວົນຫຼັກໆຂອງປະເທດນີ້, ເປັນຕົ້ນແມ່ນບັນຫາ ໄຕ້ຫວັນ, ໂດຍເນັ້ນໜັກວ່າ ອາເມລິກາ ຄວນເຄົາລົບ ແລະ ຢຸດຕິການແຊກແຊງເຂົ້າວຽກງານພາຍໃນຂອງ ຈີນ, ຢຸດຕິການກໍ່ຜົນເສຍຫາຍຕໍ່ອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດແກ່ການພັດທະນາຂອງປະເທດນີ້ ໃຕ້ຮູບແບບຂອງການແກ້ງແຍ້ງ.

        ທ່ານ ສິນກາງ ຖືວ່າ ນັບແຕ່ຕົ້ນປີມານີ້, ການພົວພັນ ຈີນ - ອາເມລິກາ ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃໝ່, ພ້ອມທັງຢືນຢັນວ່າ “ຄວາມຮັບຜິດຊອບຈະແຈ້ງແລ້ວ”. ທ່ານກະຕຸກຊຸກຍູ້ ວໍຊິງຕັນ ຕ້ອງມີການກະທຳລະອຽດ, ປະຕິບັດຄຳເຫັນດີເຫັນພ້ອມລວມລະຫວ່າງປະມຸກລັດສອງປະເທດ, ພ້ອມກັບ ປັກກິ່ງ ຄວບຄຸມການຂັດແຍ້ງກັນ, ຊຸກຍູ້ການແລກປ່ຽນຮ່ວມມືຢ່າງມີປະສິດທິຜົນ, ນຳການພົວພັນ ຈີນ - ອາເມລິກາ ກັບຄືນສູ່ວົງໂຄຈອນແຫ່ງການພັດທະນາຢ່າງເຂັ້ມແຂງ ແລະ ສະຖຽນລະພາບ. 

ບິກທ້ວນ - ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ປັກກິ່ງ


ຕອບກັບ

ຂ່າວ/ບົດ​ອື່ນ