ລັດຖະມົນຕີການຕ່າງປະເທດການາດາຢືນຢັນຢາກເພີ່ມທະວີການພົວພັນກັບອາຊຽນ

(VOVWORLD) -ທ່ານນາງລັດຖະມົນຕີການຕ່າງປະເທດ Freeland ຈະເຂົ້າຮ່ວມເວທີປາໄສພາກພື້ນອາຊຽນ (ARF) ແລະ ກອງປະຊຸມລັດຖະມົນຕີອາຊຽນ - ການາດາ ປະຈຳປີ.

ລັດຖະມົນຕີການຕ່າງປະເທດການາດາຢືນຢັນຢາກເພີ່ມທະວີການພົວພັນກັບອາຊຽນ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ Freeland 

(ພາບ: AFP/ TTXVN)

“ໂດຍແມ່ນປະເທດມະຫາສະມຸດປາຊີຟິກ, ການາດາ ມີຄວາມເອກອ້າງທະນົງໃຈ ພ້ອມກັບບັນດາຄູ່ຮ່ວມມືຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນໃຫ້ປະຊາຊົນທຸກໆຄົນໃນພາກພື້ນ ແລະ ໃນໂລກ. ພວກຂ້າພະເຈົ້າຈະສືບຕໍ່ເຮັດວຽກນຳກັນເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າ, ຜົນປະໂຫຍດລວມ”. ນີ້ແມ່ນຄຳຖະແຫຼງຂອງທ່ານນາງລັດຖະມົນຕີການຕ່າງປະເທດການາດາ Chrystia Freeland ກ່ອນທີ່ຈະເດີນທາງໄປສິງກະໂປ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງອາຊຽນ ໃນລະຫວ່າງວັນທີ 03 – 04 ສິງຫາ.

        ທ່ານນາງລັດຖະມົນຕີການຕ່າງປະເທດ Freeland ຈະເຂົ້າຮ່ວມເວທີປາໄສພາກພື້ນອາຊຽນ (ARF) ແລະ ກອງປະຊຸມລັດຖະມົນຕີອາຊຽນ - ການາດາ ປະຈຳປີ. ນອກນັ້ນ, ທ່ານນາງ Freeland ຍັງຈະພົບປະກັບບາງຄູ່ຮ່ວມມືຢູ່ພາຍໃນ ແລະ ນອກອາຊີ ເພື່ອຊຸກຍູ້ບັນດາບຸລິມະສິດຂອງການາດາ ແລະ ສົມທົບກັບຄວາມມານະພະຍາຍາມສາກົນກ່ຽວກັບບັນດາບັນຫາການເມືອງ ແລະ ຄວາມໝັ້ນຄົງທີ່ສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ