ລັດຖະມົນຕີການຕ່າງປະເທດອາເມລິກາ ອວຍພອນ ອາຊຽນ ເນື່ອງໃນໂອກາດສະເຫລີມສະຫລອງ 54 ປີແຫ່ງວັນສ້າງຕັ້ງ

(VOVWORLD) -ມາຮອດປະຈຸບັນ ອາເມລິກາ ໄດ້ສະຫນອງວັກຊິນ ກວ່າ 23 ລ້ານໂດສ ແລະ ຈຳນວນເງິນກວ່າ 158 ລ້ານ USD  ເພື່ອແນໃສ່ຊ່ວຍບັນດາປະເທດອາຊຽນ ຮັບມືກັບໂລກລະບາດໂຄວິດ 19. 

ວັນທີ 6 ສິງຫາ, ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ສົ່ງຄຳອວຍພອນ ອາຊຽນ ເນື່ອງໃນ ໂອກາດສະເຫລີມສະຫລອງ 54 ປີແຫ່ງວັນສ້າງຕັ້ງ (8/8/1967-8/8/2021). ໃນແຈ້ງການສື່ມວນຊົນ, ທ່ານ Antony Blinken ຢືນຢັນ:  ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາເມລິກາ ແລະ ອາຊຽນ ປະກອບສ່ວນເຂົ້າໃນວິໄສທັດລວມກ່ຽວກັບພາກພື້ນ ມະຫາສະຫມຸດອິນເດຍ - ປາຊີຟິກ ເສລີ ແລະເປີດກວ້າງ ກັບ ອາຊຽນ ແລະບັນດາກົນໄກໂດຍ ອາຊຽນນຳພາ ແມ່ນໃຈກາງຂອງໂຄງສ້າງພາກພື້ນ. ທ່ານ Antony Blinken ປາດຖະຫນາວ່າ ການຢ້ຽມຢາມ ສິງກະໂປ ແລະ ຫວຽດນາມ ໃນໄລຍະຈະມາເຖິງຂອງທ່ານນາງ ຮອງປະທານາທິບໍດີ ອາເມລິກາ Kamala Harris ຈະສືບຕໍ່ປຶກສາຫາລືກ່ຽວກັບການຮ່ວມມືຕໍ່ຫນ້າສິ່ງທ້າທາຍຮີບດ່ວນໃນພາກພື້ນ ແລະສາກົນ ກໍຄື ເພີ່ມພູນຄູນສ້າງການພົວພັນລະຫວ່າງ ອາເມລິກາ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ເລິກເຊິ່ງກວ່າອີກ. ທ່ານນາງ Kamala Harris ກໍ່ຢັ້ງຢືນຄືນວ່າ ອາເມລິກາ ສືບຕໍ່ ແມ່ນຄູ່ຮ່ວມມືຂອງບັນດາປະເທດ ອາຊຽນ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ 19. ມາຮອດປະຈຸບັນ ອາເມລິກາ ໄດ້ສະຫນອງວັກຊິນ ກວ່າ 23 ລ້ານໂດສ ແລະ ຈຳນວນເງິນກວ່າ 158 ລ້ານ USD ໃນການຫນູນຊ່ວຍມະນຸດສະທຳ ແລະ ສາທາລະນະສຸກ ເພື່ອແນໃສ່ຊ່ວຍບັນດາປະເທດອາຊຽນ ຮັບມືກັບໂລກລະບາດໂຄວິດ 19. ອາເມລິກາ ກໍ່ຈະຫນູນຊ່ວຍບັນດາປະເທດອາຊຽນ ແກ້ໄຂຄວາມເສຍຫາຍດ້ານເສດຖະກິດຍ້ອນໂລກລະບາດກໍ່ຂຶ້ນ ພ້ອມທັງ ກຽມພ້ອມເພື່ອບັນດາໂລກລະບາດໃນອະນາຄົດ.

 ແລະກໍ່ເນື່ອງໃນໂອກາດສະເຫລີມສະຫລອງ 54 ປີແຫ່ງວັນສ້າງຕັ້ງ ອາຊຽນ, ວັນທີ 6 ສິງຫາ ຄະນະກຳມະການ ອາຊຽນ ຢູ່ ເມຊິກໂກ ( ACMC) ກໍ່ໄດ້ຈັດພິທີສະເຫລີມສະຫລອງວັນດັ່ງກ່າວເຊັ່ນດຽວກັນ.

ກ່າວຄຳເຫັນນະພິທີ ທ່ານ ຫງວຽນຮວ່າງນຳ ປະທານໝູນວຽນ ACMC ທົບທວນຄືນບັນດາຜົນງານ ຂອງ ອາຊຽນ  ໃນໄລຍະທາງແຫ່ງການພັດທະນາກວ່າ ເຄິ່ງສັດຕະວັດຜ່ານມາ ດ້ວຍຫລາຍຜົນງານ ນຳອາຊຽນ ກາຍເປັນປະຊາຄົມສາມັກຄີ, ໝັ້ນຄົງເຂັ້ມແຂງ ຮ່ວມມືຮອບດ້ານໃນທຸກຂົງເຂດ ປະກອບສ່ວນສຳຄັນ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ ພາກພື້ນແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ