ລັດຖະມົນຕີການຕ່າງປະເທດອາເມລິກາເຈລະຈາກັບອີຣານກ່ຽວກັບບັນຫານິວເຄຼຍ

ລັດຖະມົນຕີການຕ່າງປະເທດອາເມລິກາເຈລະຈາກັບອີຣານກ່ຽວກັບບັນຫານິວເຄຼຍ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ John Kerry ​
ແລະ ຄູ່​ຮ່ວມ​ຕຳ​ແໜ່​ງອີຣານ Mohammad Javad Zarif
(ພາບ: timesofisrael.com)


(vovworld) – ວັນ​ທີ 25/03, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ ວໍ​ຊິງ​ຕັນ, ​ເລີ່​ມຕົ້ນ​ການ​ໄປ​ປະຕິບັດ​ງານ​ເຊິ່ງຖືກ​ຖື​ວ່າ “ມີ​ລັກສະນະ​ປະຫວັດ​ສາດ” ​ໃນ​ຄວາມ​ມານະ​ພະຍາຍາມ​ເຈລະຈາ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ. ຮອບ​ເຈລະຈາ​ໃໝ່​ລະຫວ່າງທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ John Kerry ​ແລະ ຄູ່​ຮ່ວມ​ຕຳ​ແໜ່​ງອີຣານ Mohammad Javad Zarif, ດຳ​ເນີນ​ໄປ​ໃນ​ວັນ​ທີ 26/03, ​ເພື່ອ​ບັນລຸ​ໄດ້​ກອບຂໍ້​ຕົກລົງ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ເຕ​ເຣຣານ ກ່ອນ​ກຳນົດ​ສຸດ​ທ້າຍ​ໃນ​ວັນ​ທີ 31/03. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ດັ່ງກ່າວ, 2 ຝ່າຍ​ຕ້ອງ​ມີ​ການປະ​ນິປະນອມ ​ແລະ ຄວາມ​ຕັດສິນ​ໃຈດ້ານ​ການ​ເມືອງ. ​ແຜນ​ນະ​ໂຍບາຍ​ສຸດ​ທ້າຍ​ຂອງ​ອາ​ເມ​ລິ​ກາ ​ແມ່ນ​ຫຼຸດຜ່ອນ​ບັນດາ​ກຳລັງ, ​ເຄື່ອງ​ຈັກ ​ແລະ ວັດຖຸ​ຂອງ​ບັນດາ​ເຕົາ​ນິວ​ເຄຼຍ, ​ເຊິ່ງຕາມ​ນັ້ນ​ແລ້ວ, ອີຣານ ຕ້ອງ​ເສຍ​ເວລາ​ຢ່າງ​ໜ້ອຍ​ສຸດ​ປີ 1, ​ແທນ​ທີ່ 2 – 3 ວັນ​ຄື​ປະຈຸ​ບັນ​ເພື່ອສາມາດ​ຜະລິດ​ລູກລະ​ເບີດ​ນິວ​ເຄຼຍ ລູກ​ໜຶ່ງ. ຖ້າ​ບັນລຸ​​ໄດ້ກອບ​ຂໍ້​ຕົກລົງກ່​ອນກຳນົດ​ເວລາ​ສຸດ​ທ້າຍ​ໃນ​ວັນ​ທີ 31/03 ນີ້ຈະ​​ເປັນ​ຂີດ​ໝາຍ​ປະຫວັດສາດ​ໃນ​ການ​ພົວພັນ​ລະຫວ່າງ​ວໍ​ຊິງ​ຕັນ ກັບ​ເຕ​ເຣຣານ ພາຍຫຼັງ​ກວ່າ 3 ທົດ​ສະວັດ​ທີ່​ການ​ພົວພັນ​ທາງ​ການ​ທູດຖືກ​ຕັດ​ຕ​ອນ.

ຂ່າວ/ບົດ​ອື່ນ