ລັດຖະມົນຕີການຕ່າງປະເທດອາເມລິກາເລີ່ມເຄື່ອນໄຫວຢ້ຽມຢາມອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ວັນທີ 02 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ໄປຮອດມາເລເຊຍ, ເຊິ່ງເປັນປະເທດທຳອິດໃນການເຄື່ອນໄຫວຢ້ຽມຢາມອາຊີຕາເວັນອອກສ່ຽງໃຕ້

ລັດຖະມົນຕີການຕ່າງປະເທດອາເມລິກາເລີ່ມເຄື່ອນໄຫວຢ້ຽມຢາມອາຊີຕາເວັນອອກສ່ຽງໃຕ້ - ảnh 1ລັດຖະມົນຕີການຕ່າງປະເທດອາເມລິກາເລີ່ມເຄື່ອນໄຫວຢ້ຽມຢາມອາຊີຕາເວັນອອກສ່ຽງໃຕ້

(ພາບ: AFP/TTXVN)

ດ້ວຍລາຍການເຮັດວຽກໄດ້ຮັບຖືວ່າ ຈະສຸມໃສ່ເຂົ້າໃນບັນດາຄວາມມານະພະຍາຍາມສ້າງແຫຼມເກົາຫຼີ ປອດນິວເຄຼຍ ແລະ ບັນດາຄວາມເຄັ່ງຕຶງໃນການພົວພັນລະຫວ່າງອາເມລິກາ ແລະ ຈີນ. ຕາມແຜນການ, ຢູ່ມາເລເຊຍ, ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຈະພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad. ຫຼັງຈາກນັ້ນ, ທ່ານ Pompeo ຈະໄປສິງກະໂປ ເຂົ້າຮ່ວມເວທີປາໄສປະຈຳປີ ໃນວັນທີ 04 ສິງຫາ ກ່ຽວກັບບັນດາບັນຫາການເມືອງ ແລະ ຄວາມໝັ້ນຄົງຢູ່ເຂດອາຊີ - ປາຊີຟິກ.

        ບັນດາເຈົ້າໜ້າທີ່ກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ໃນການໄປປະຕິບັດງານຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດ Pompeo ຈະຊຸກຍູ້ການຮັກສາການກໍ່ຄວາມດັ່ນຕໍ່ພຽງຢາງ ເພື່ອແນໃສ່ລົບລ້າງສາງອາວຸດນິວເຄຼຍຂອງປະເທດນີ້, ກະຕຸກຊຸກຍູ້ບັນດາການນຳໃນພາກພື້ນ ປະຕິບັດບັນດາມາດຕະການລົງໂທດຂອງສະຫະປະຊາຊາດຕໍ່ສປປ.ເກົາຫຼີ.

        ປະເທດສຸດທ້າຍໃນການເດີນທາງຢ້ຽມຢາມຢູ່ອາຊີຕາເວັນອອກສ່ຽງໃຕ້ຂອງທ່ານລັດຖະມົນຕີການຕ່າງປະເທດ Pompeo ແມ່ນອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ