ລັດຖະມົນຕີການເງິນອະພິປາຍກ່ຽວກັບບັນຫາໜີ້ສາທາລະນະຕໍ່ສະພາແຫ່ງຊາດ

ລັດຖະມົນຕີການເງິນອະພິປາຍກ່ຽວກັບບັນຫາໜີ້ສາທາລະນະຕໍ່ສະພາແຫ່ງຊາດ - ảnh 1
ທ່ານ ດິງ​ຕ໋ຽນ​ຢູ້ງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອະ​ພິ​ປາຍ​ທີ່ກອງ​ປະ​ຊຸມ
(ພາບ: Hoàng Long)

(vovworld) – ບັນ​ດາ​ເນື້ອ​ໃນກ່ຽວ​ກັບ​ດ້ານ​ການ​ເງິນ, ໜີ້​ສາ​ທາ​ລະ​ນະ, ແຜນ​ກາ​ນ​ລົງ​ທຶນ​ສາ​ທາ​ລະ​ນະ​ໄລ​ຍະ​ກາງແຕ່​ປີ 2016 – 2020 ໄດ້​ນຳ​ມາ​ປຶກ​ສາ​ຫາ​ລື​ທີ່​ຫໍ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ໃນຕອນ​ເຊົ້າ​ວັນ​ທີ 1/11, ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດຊຸດ​ທີ 14. ​ດ້ວຍ​ຄວາ​ມ​ສົນ​ໃຈ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ບັນ​ດາ​ໜີ້​ສາ​ທາ​ລະ​ນະ, ໃນ​ວາ​ລະ​ປຶກ​ສາ​ຫາ​ລື​ເມື່ອ​ຕອນ​ເຊົ້າ​ມື້​ນີ້, ທ່ານ ດິງ​ຕ໋ຽນ​ຢູ້ງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ໄດ້​ອະ​ທິ​ບາຍ​ສາຍ​ເຫດ​ທີ່​ພາ​ໃຫ້​ໜີ້​ສາ​ທາ​ລະ​ນະ​ເພີ່ມ​ຂຶ້ນ​ສູງ​ໃນ​ໄລ​ຍະ 2011 – 2015 ວ່າ:

        “ທີ່​ໜ​ຶ່ງ​ແມ່ນ​ການ​ເຕີບ​ໂຕ​ເສດ​ຖະ​ກິດບໍ່​ບັນ​ລຸ​ແຜນ​ການ​​ທີ່​ໄດ້ວາງ​ອອກ. ທີ​ສ​ອງ​ແມ່ນ​ອັດ​ຕາ​ລະ​ດົມ​ພາ​ສີ​ອາ​ກອນ, ຄ່າ​ທຳ​ນຽມ, ເຂົ້າ​ງົບ​ປະ​ມານ​ຂອງ​ລັດ​​ຖືກກຳ​ນົດ​ບໍ່ໄດ້​ເກີນ 22,2%/ປີ. ທີ​ສາມ​ແມ່ນ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ, ພິ​ເສດ​ແມ່ນ​ການ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ຂອງ​ລັດ, ການສ້າງ​ໂຄງ​ປະ​ກອບ​ທະ​ນາ​ຄານ​ການ​ຄ້າ, ​ການສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ, ​ການສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ບໍ່​ທັນ​ບັນ​ລຸ​​ໄດ້ຄວາ​ມ​ຮຽກ​ຮ້ອງ​ຕ້ອງ​ການ. ໃນ​ຂະ​ນະ​​ນັ້ນ​, ໃນ 5 ປີ​ຜ່ານ​ມາ, ຫວຽດ​ນາມ ມ​ີ​ແຜນ​ນະ​ໂຍ​ບາຍ​ຫລຸດ​ຜ່ອ​ນ​ລາຍ​ຮັບ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ລາ​ຄາ​ນ້ຳ​ມັນ​ດິບ​ຫລຸດ​ລົງແຫຼ່ງ​ລາຍ​ຮັບ​ງົບ​ປະ​ມານ​ຫລຸດ​ລົງ. ແຕ່​ພວກ​ເຮົາ​ຍັງ​​ຄົງຮັກ​ສາ​ລະ​ດັບ​ລາຍ​ຈ່າຍ, ພິ​ເສດ​ແມ່ນ​ຮັບ​ປະ​ກັນ​ລາຍ​ຈ່າຍ​ໃຫ້​ການຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ​ເພີ່ມເງິນ​ເດືອນ​. ສິ່ງ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ໂຄງ​ປະ​ກອບ​ລາຍ​ຈ່າຍ​​ປະ​ຈຳເພີ່ມ​ຂຶ້ນ​​ຢ່າງ​ໄວ. ໃນ​ໄລ​ຍະ​ນັ້ນ, ລັດ​ຖະ​ບານກໍ່​ໄດ້​ຈຳ​ໜ່າຍ​ພັນ​ທະ​ບັດ​ລັດ​ຖະ​ບານ.”

        ເມື່ອ​ເວົ້າ​ເຖິງ​ມາດ​ຕະ​ກ​ານ​ຫລຸດ​ຜ່ອນ​ໜີ້​ສາ​ທາ​ລະ​ນະ, ທ່ານ ດິງ​ຕ໋ຽນ​ຢູ້ງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຊີ້​ແຈ້ງວ່າ:

        “ທີ່​ໜຶ​່ງ​ແມ່ນ, ສືບ​ຕໍ່​ປັບ​ປຸງ​ລະ​ບອບ​ກ່ຽວ​ກັບ​ການ​ຄຸ້ມ​ຄອງໜີ​້ສາ​ທາ​ລະ​ນະ, ຄຸ້ມ​ຄອງ​ງົບ​ປະ​ມານ. ກະ​ຊວງ​ການ​ເງິນ​ຈະ​ລາຍ​ງານ​ຕໍ່​ລັດ​ຖະ​ບານ​ກ່ຽວກ​ັບ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໜີ້​ສ​າ​ທາ​ລະ​ນະ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ເພື່ອ​ໃຫ້​ລັດ​ຖະ​ບານ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ປັບ​ປຸງ​ກົດ​ໝາຍ. ພວກ​ຂ້າ​ພະ​ເຈົ້າ​ກໍ່​ໄດ້​ກວດ​ກາ​ຄືນ​ຍຸດ​ທະ​ສາດ​ໜີ້​ສາ​ທາ​ລະ​ນະ ກໍ່​ຄື​ບັນ​ດາ​ນະ​ໂຍ​ບາຍ​ກ່ຽວ​ກັບ​ພາ​ສີ​​ອາ​ກອນຕາມ​​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ງົບ​ປະ​ມານ​ແຫ່ງ​ລັດ​ຮັບ​ປະ​ກັນ​​ໃຫ້​ໜີ້​ສາ​ທາ​ລະ​ນະ​ຢູ່​ໃນ​ລະ​ດັບ​ປອດ​ໄພ. ທີ​ສອງ​ແມ່ນ​ສ້​າງ​ໂຄງ​ປະ​ກອບ​ໜີ້​ສາ​ທາ​ລະ​ນະ​ຄືນ​ໃໝ່ເທ​ື່ອ​ລະ​ກ້າວ, ທຳ​ອິດ​ແມ່ນ​ຍູ້​ແຮງ​ໜີ້​ພາຍ​ໃນ​ປະ​ເທດ, ​ຄ່ອຍໆຫລຸດ​ຜ່ອນ​ໜີ້​ຕ່າງ​ປະ​ເທດ. ຈາກນັ້ນ, ສືບ​ຕໍ່​ສ້າງ​ໂຄງ​ປະ​ກອບ​​ໄລ​ຍະກຳ​ນົດ​ ແລະ ດອກ​ເບ້ຍ​ຂອງ​ໜີ້​ສາ​ທາ​ລະ​ນະ.”


ຂ່າວ/ບົດ​ອື່ນ