ລັດຖະມົນຕີບັນດາກຳລັງປະກອບອາວຸດປະຊາຊົນ ສ.ປ.ປ.ເກົາຫຼີຢ້ຽມ​ຢາມ​ຫວຽດ​ນາມ


ລັດຖະມົນຕີບັນດາກຳລັງປະກອບອາວຸດປະຊາຊົນ ສ.ປ.ປ.ເກົາຫຼີຢ້ຽມ​ຢາມ​ຫວຽດ​ນາມ - ảnh 1
ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຊາດ​ຫວຽດ​ນາມ​ ແລະ ທ່ານ​ພົນ​ເອກ Pak Yong sik ລັດ​ຖະ​ມົນ​ຕີ​ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ ສ.ປ.ປ.ເກົາຫຼີ

(vovworld)- ໂດຍ​ຮັບ​ຄຳ​ເຊີນ​ຈາກທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຊາດ​ຫວຽດ​ນາມ​, ທ່ານ​ພົນ​ເອກ Pak Yong sik ລັດ​ຖະ​ມົນ​ຕີ​ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ ສ.ປ.ປ.ເກົາຫຼີ ພ​້ອມ​ດ້ວຍ​ຄະ​ນະໄດ້​ມາ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 25-28/11/2015.  ຕ່ອນ​ເຊົ້າ​ວັນ​ທີ 27/11, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ກະ​ຊວງ​ປ້ອງ​ກັນ​ຊາດ​ຫວຽດ​ນາມໂດຍ​ທ່ານ ພົນ​ເອກ ຟຸ່ງກວາງ​ແທງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຊາດ​ຫວຽດ​ນາມ​ເປັນ​ຫົວ​ໜ້າ​ຄະ​ນະ​ໄດ້​ມີ​ການ​ເຈ​ລະ​ຈາ​ກັບ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງກອງ​ທັບ ສ.ປ.ປ​.ເກົາຫຼີ ໂດຍ ທ່ານ​ພົນ​ເອກ Pak Yong sik ລັດ​ຖະ​ມົນ​ຕີ​ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ ສ.ປ.ປ.ເກົາຫຼີ ນຳ​ໜ້າ. 2 ຝ່າຍ​ໄດ້​ແລກ​ປ່ຽນ​ບາງ​ບັນ​ຫາ​ທີ່​ມີ​ຄວ​ສາມ​ສົນ​ໃຈ, ທັບ​ທວນ​ຄືນ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ​ຂອງ 2 ປະ​ເທດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ. ທ່ານ​ລັດ​ຖະ​ມົນ​ຕີ​ທັງ 2 ໄດ້​ຢືນ​ຢັນ​ການ​ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ປັບ​ປຸງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ , ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ.
ຂ່າວ/ບົດ​ອື່ນ