ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາຢ້ຽມຢາມລາວ

ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາຢ້ຽມຢາມລາວ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ
Jonh Kerry

(vovworld) – ​ ​ ​ຕອນ​ຄຳ່​ວັນ​ທີ 24/1, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Kerry ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ ລາວ ຢ່າງ​ເປັນ​ທາງ​ການ. ​ເມື່ອ​ຕອບ​ຄຳ​ຖາມ​ຕໍ່​ວົງ​ການ​ນັກ​ຂ່າວ​ກ່ອນການ​ຢ້ຽມຢາມ, ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ການ​ພົວພັນ 2 ຝ່າຍ ລາວ - ອາ​ເມ​ລິ​ກາ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ແຮງ. ອາ​ເມ​ລິ​ກາ ໜູນ​ຊ່ວຍ​ລາວ ​ໃນ​ການ​ເກັບ​ກູ້​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກພາຍຫຼັງ​ສົງຄາມ, ກໍ​ຄື​ຮັບຮອງ​ເອົາ​ບັນດາ​ໂຄງການ​ກ່ຽວ​ກັບ​ສາທາລະນະ​ສຸກ ​ແລະ ການ​ສຶກສາ. ຕາມ​ແຫຼ່ງຂ່າວ​ດັ່ງກ່າວ​ແລ້ວ, ລາວ ​ໄດ້​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ຫັນ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ ​ແລະ ​ເສດຖະກິດເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​. ການ​ຢ້ຽມຢາມ​ຂອງ​ທ່ານ​ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Kerry ຖືກ​ດຳ​ເນີນ​ໄປ​ກ່ອນ​ທີ່​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ສຳຄັນ​ລະຫວ່າງ​ປະທານາທິບໍດີ Barack Obama ​ແລະ ການ​ນຳ​ບັນດາ​ປະ​ເທດ ອາຊີ ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້ ຢູ່ ອາ​ເມ​ລິ​ກາ ​ໃນ​ເດືອນ​ໜ້າ. ພາຍຫຼັງ​ຢ້ຽມຢາມລາວ, ທ່ານ Kerry ຈະ​ໄປ​ຢ້ຽມຢາມ ກຳປູ​ເຈຍ ​ແລະ ຈີນ. ​ໃນ​ຂອບ​ເຂດການ​ປະຕິບັດ​ງານ​ຢູ່ ອາຊີ ນີ້, ຄາດ​ວ່າທ່ານ Kerry ຈະ​ຊຸກຍູ້​ບັນດາ​ມາດ​ຕະການ​ສັນຕິ​ພາບ​ໃຫ້​ແກ່​ຄວາມ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ ພ້ອມ​ທັງ​ກະຕຸກ​ຊຸກຍູ້ ປັກ​ກິ່ງ ມີ​ທັດສະນະ​ແຂງ​ກະ​ດ້າງ​ຕໍ່​ໜ້າ​ໂຄງການ​ນິວ​ເຄຼຍຂອງ ສປປ. ​ເກົາຫຼີ.


ຂ່າວ/ບົດ​ອື່ນ