ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຕ້ອນຮັບຄະນະອະດີດນັກຮົບລັດເຊຍ ແລະ ເບລາຣຸດ

ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຕ້ອນຮັບຄະນະອະດີດນັກຮົບລັດເຊຍ ແລະ ເບລາຣຸດ - ảnh 1
(ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ
ຕ້ອນຮັບຄະນະອະດີດນັກຮົບລັດເຊຍ ແລະ ເບລາຣຸດ)


(vovworld) – ຕອນ​ບ່າຍ​ວັນ​ທີ 04/12, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ຟຸ່ງກວາງ​​ແທງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ອະດີດ​ນັກຮົບ​ສະຫະພັນ​ລັດ​ເຊຍ ​ແລະ ສ.​ເບ​ລາຣຸດ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຫວຽ​ດນາມ. ທ່ານ​ລັດຖະມົນຕີ​ ຟຸງກວາງ​ແທງ ຢືນ​ຢັນ​ວ່າ, ພັກ, ລັດ, ປະຊາຊົນ ​ແລະ ກອງທັບ​ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ຈົດ​ຈຳ, ຮູ້​ບຸນ​ຄຸນ​ ​ແລະ ບໍ່ຫຼົົງ​ລື່ມ​​ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ, ມີປະສິດທິ​ຜົນ​ຂອງ​ບັນດາ​ອະດີດ​ນັກຮົບ​ໂຊ​ວຽດ, ​ໃນ​ນັ້ນ​ມີ​ລັດ​ເຊຍ, ​ເບ​ລາຣຸດ ທີ່​ໄດ້​ເຂົ້າ​ຮ່ວມ​ການ​ສູ້​ຮົບ, ຮັບ​ໃຊ້​ການ​ສູ້​ຮົບ​ຊ່ວຍ​ຫວຽດນາມ ໂດຍ​ກົງ ​ໃນ​ໄລຍະ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​​ແຫ່ງ​ຊາດ, ​​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​.

        ທ່ານ​ລັດຖະມົນຕີ ຟຸງກວາງ​ແທງ ກໍ່​ແນະນຳ​ໂດຍ​ຫຍໍ້​ສະພາບ​ການ​ເມືອງ, ​ເສດຖະກິດ, ສັງຄົມ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຫວຽດນາມ ​ໃຫ້​ບັນດາ​ອະດີດ​ນັກຮົບ​ລັດ​ເຊຍ ​ແລະ ​ເບ​ລາຣຸດ ​ໄດ້ຮັບ​ຊາບ.

ຂ່າວ/ບົດ​ອື່ນ