ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມຢ້ຽມຢາມສະຖານທູດຫວຽດນາມປະຈຳປະເທດອິນເດຍ

ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມຢ້ຽມຢາມສະຖານທູດຫວຽດນາມປະຈຳປະເທດອິນເດຍ - ảnh 1
ທ່ານ​ລັດຖະມົນຕີ ຟູ່ງກວາງ​ແທງ ໂອ້​ລົ​ມກັບ​ພະນັກງານ, ພາລະກອນ ສະຖານ​ທູດ
​ຫວຽດນາມ ປະຈຳ​ອິນ​ເດຍ ແລະ ບັນດາ​ອົງການກ່ຽວຂ້ອງຂອງ​ຫວຽດນາມ​
(ພາບ:ມິງລີ/vietnam+)


(vovworld) – ​​​​ເນື່ອ​ງ​ໃນ​ການ​ຢ້ຽມຢາມ​ອິນ​ເດຍ, ຕອນ​ບ່າຍ​ວັນ​ທີ 24/5, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຟູ່ງກວາງ​ແທງ ມີ​ການ​ໂອ້​ລົ​ມກັບ​ພະນັກງານ, ພາລະກອນ ສະຖານ​ທູດ​ຫວຽດນາມ ປະຈຳ​ອິນ​ເດຍ ​ແລະ ບັນດາ​ອົງການກ່ຽວຂ້ອງຂອງ​ຫວຽດນາມ​ຢູ່​ອິນ​ເດຍ. ທ່ານ​ລັດຖະມົນຕີ ຟູ່ງກວາງ​ແທງ ​ໄດ້​​ແຈ້ງ​ໃຫ້​ຊາ​ບ​ສະພາບການ​ພາຍ​ໃນ​ປະ​ເທດ. ທ່ານ​ລັດຖະທົນ​ຕີ ຟູ່ງກວາງ​ແທງ ປາດ​ຖະໜາ​ວ່າ: ພະນັກງານ, ພາລະກອນ​ສະຖານທູດ ​ແລະ ບັນດາ​ອົງການ​ຫວຽດນາມ ປະຈຳ​ອິນ​ເດຍ ປະຕິບັດສຳ​ເລັດ​ໜ້າ​ທີ່​ເປັນ​ຢ່າງ​ດີ; ຮ່ວມ​​ກຳລັງ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ ​ແລະ ອິນ​ເດຍ, ​ໃນ​ນັ້ນມີ​ຂົງ​ເຂດ​ເສດຖະກິດ,ປ້ອງ​ກັນຊາ​ດ.

            ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ອັກຄະ​ລັດຖະທູດ ​ເຈີ່​ນກວາງ​ຕ໋ວຽນ ມອບ​ໃຫ້ທ່ານ​​ພົນ​ເຮືອ​ໂທ ຫງວຽນ​ວັນ​ນິງ, ຮອງ​ຜູ້​ບັນຊາ​ການ​ກອງທັບ​ເຮືອ​ຫວຽດນາມ ຈຳນວນ​ເງິນ​ເກືອບ 1.500 USD ​ໂດຍ​ຄະນະ​ພັກ​ສະຖານທູດ ​ແລະ ສະມາຄົມ​ຊາວ​ຫວຽດນາມ​ຢູ່​ອິນ​ເດຍ ສະໜັບສະໜູນ​ເພື່ອ​ປົກ​ປັກ​ຮັກສາ​ທະ​ເລ, ໝູ່​ເກາະ.

ຂ່າວ/ບົດ​ອື່ນ